ໂທລະເລກຊົມເຊີຍຈາກສະຫາຍທອງລຸນ ສີສຸລິດເຖິງສະຫາຍສີຈິ້ນຜິງ

2022-10-23 22:21:18 cri

   ວັນທີ 23 ຕຸລາ 2022 ນີ້, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດສະຫາຍສີຈິ້ນຜິງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ. ເນື້ອໃນຂອງໂທລະເລກຊົມເຊີຍມີດັ່ງຕໍ່ໄປນີ້:


    ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ, ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຊົມເຊີຍຢ່າງຈິງໃຈ, ອາລົມຈິດແຫ່ງຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX.


    ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ອີກວາລະໜຶ່ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ເປັນການສະແດງໃຫ້ເຫັນຢ່າງຊັດເຈນ ເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງເຕັມປ່ຽມ ຂອງຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ສະຫາຍ ໃນຖານະເປັນຜູ້ນໍາທີ່ປີຊາສາມາດ, ເປັນແກນກາງຂອງພັກ, ຊຶ່ງປ່ຽມລົ້ນໄປດ້ວຍປະສົບການ ແລະ ມີຜົນງານອັນໂດດເດັ່ນ ໃນການຊີ້ນໍານໍາພາ ພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່.


    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ເປັນແກນກາງ ໄດ້ນໍາພາປະຊາຊົນຈີນ ສ້າງສາພັດທະນາ ສປ ຈີນ ດ້ວຍທັດສະນະໃໝ່, ແນວຄິດ ແລະ ຍຸດທະສາດໃໝ່ ທີ່ສອດຄ່ອງກັບສະພາບລວມພາຍໃນປະເທດ ແລະ ທ່າອ່ຽງລວມ ຂອງຍຸກສະໄໝ, ໂດຍສະເພາະແມ່ນ ການສະເໜີອອກ ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ ສາທາລະນະລັດ ປະຊາຊົນຈີນ ມີການພັດທະນາຢ່າງໃຫຍ່ຫຼວງ, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນ, ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ທັນສະ ໄໝ, ສັງຄົມມີຄວາມສະຫງົບ ກົມກຽວປອງດອງ, ບັນລຸຜົນສຳເລັດອັນໃຫຍ່ຫຼວງເປັນປະຫວັດການ ບັນດາເປົ້າໝາຍຍຸດທະສາດ 100 ປີ ເຫດການທີໜຶ່ງ, ບັນດາຂໍ້ລິເລີ່ມຕ່າງໆ ທີ່ສະຫາຍ ສະເໜີອອກ ພວມໄດ້ຮັບການເຂົ້າຮ່ວມ ແລະ ສະໜັບສະໜູນຢ່າງຕັ້ງໜ້າ ຈາກວົງຄະນະຍາດສາກົນ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນ ແລະ ນຳໜ້າ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນສຳຄັນຍິ່ງເຂົ້າໃນພາລະກິດເສີມສ້າງສັນຕິພາບ ແລະ ການພັດທະນາໃນໂລກ.


    ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສືບຕໍ່ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ຜົນສໍາເລັດຮອບດ້ານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກໍຄື ການສ້າງສັງຄົມນິຍົມທີ່ເຂັ້ມແຂງທັນສະໄໝ ຮອບດ້ານ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ແລະ ການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.


    ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າທີ່ໜັກແໜ້ນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ໂດຍສະເພາະແມ່ນພາຍຫຼັງທີ່ສອງພັກ ໄດ້ລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ການພົວພັນຮ່ວມມືສອງຝ່າຍໃນທຸກຂະແໜງການ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ, ຍິນດີສືບຕໍ່ຮ່ວມກັບສະຫາຍ ໃນການປຶກສາຫາລື ແລະ ກໍານົດທິດນໍາ ຂອງການພົວພັນຮ່ວມມືສອງຝ່າຍ ໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ປະກອບສ່ວນຊຸກຍູ້ພາລະກິດກໍ່ສ້າງສັງຄົມນິຍົມຢູ່ ສອງປະເທດ ໄປສູ່ຈຸດໝາຍທີ່ວາງໄວ້.


    ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.


    ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊົ່ວກາລະນານ.