ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(2)

2022-10-23 18:54:57 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ເຖິງວ່າເສັ້ນທາງຍາວໄກ ແລະ ເຕັມໄປດ້ວຍອຸປະສັກກໍຕາມ, ຂໍແຕ່ຍຶດໝັ້ນການເດີນທາງກໍສາມາດໄປຮອດຈຸດໝາຍປາຍທາງໃນທີ່ສຸດ. ຢູ່ບົນເສັ້ນທາງທີ່ກ້າວໄປໜ້າ, ບໍ່ວ່າຈະວ່າລົມແຮງ ຫຼື ຄື້ນກະແສດ່ວນ, ປະຊາຊົນຈະແມ່ນບ່ອນອ້າງອີງທີ່ໜັກແໜ້ນທີ່ສຸດ ແລະ ກຳລັງໜູນຫຼັງທີ່ເຂັ້ມແຂງທີ່ສຸດ.