ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(1)

2022-10-23 18:42:28 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ການຫັນເປັນທັນສະໄໝແບບຈີນແມ່ນໝາກຜົນທີ່ພັກຄອມມູນິດຈີນ ແລະ ປະຊາຊົນຈີນຊອກຄົ້ນ ແລະ ປະຕິບັດຕົວຈິງໃນໄລຍະຍາວນານຜ່ານມາ, ແມ່ນພາລະກິດອັນຍິ່ງໃຫຍ່ ແລະລຳບາກ. ແມ່ນຍ້ອນລຳບາກ ຈຶ່ງສ່ອງແສງເຖິງຄວາມຍິ່ງໃຫຍ່; ຍ້ອນຄວາມລຳບາກ, ຈຶ່ງຍິ່ງສ່ອງແສງເຖິງກຽດສະຫງ່າ.