ບຸກຄົນທີ່ມີຊື່ສຽງໃນສາກົນຊົມເຊີຍຈີນທີ່ປະຕິບັດແນວຄວາມຄິດສ້າງ “ປະເທດຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ໃນຕົວຈິງ

2022-10-23 16:54:23 CRI

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ທີ່ປະຈັກຕາຊາວໂລກ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ອັດລົງແລ້ວໃນວັນທີ 22 ຕຸລານີ້. ກອງປະຊຸມໄດ້ສົ່ງຂໍ້ມູນຂ່າວສານອັນຈະແຈ້ງຕ່າງໆຕໍ່ພາຍນອກ ເຊັ່ນ: ຈີນຍຶດໝັ້ນປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ, ຮ່ວມກັນອົບຮົມບົ່ມສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາທົ່ວໂລກ, ັດຄ້ານລັດທິປົກປ້ອງການຄ້າ, ຍຶດໝັ້ນສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດພວມພັດທະນາທັງຫຼາຍເລັ່ງລັດການພັດທະນາ ແລະ ອື່ນໆ ເຊິ່ງໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບຸກຄົນຕ່າງໆທີ່ມີຊື່ສຽງໃນສາກົນ.

ທ່ານຊວນ ຫຼີກໄພ ປະທານສະພາແຫ່ງຊາດໄທກ່າວວ່າ: ຜູ້ນຳສູງສຸດຂອງຈີນໄດ້ເຫັນຢ່າງຈະແຈ້ງວ່າ: ຢາກສ້າງອະນາຄົດອັນດີງາມ, ກໍຕ້ອງປະຕິບັດລັດທິຫຼາຍຝ່າຍ, ບັນຫາຕ່າງໆໃນໂລກບໍ່ຄວນໃຫ້ປະເທດໃດໜຶ່ງຕັດສິນແຕ່ຝ່າຍດຽວຕາມລຳພັງໃຈ, ຫາກແມ່ນຕ້ອງດຳເນີນການຮ່ວມມື ບົນພື້ນຖານຍຸດຕິທຳ ແລະ ຄວາມເປັນທຳ, ອັນນີ້ແມ່ນສຳຄັນທີ່ສຸດ.

ທ່ານອິຊິດາ ຕາກາຊິ ນັກຄົ້ນຄວ້າສະຖາບັນຄົ້ນຄວ້າສັນຕິພາບສາກົນ ມະຫາວິທະໄຍາໄລເມອິຈິ ກາກຸອິນຍີ່ປຸ່ນກ່າວວ່າ: ປັດຈຸບັນນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະຖານະການສາກົນທີ່ສັບສົນໄດ້ສັບປ່ຽນກັນເກີດຂຶ້ນ, ພັກຄອມມູນິດຈີນໄດ້ຍຶດໝັ້ນການສົນທະນາແລະແລກປ່ຽນກັບໂລກຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, “ລັດທິຫຼາຍຝ່າຍ” ແລະ ອື່ນໆ ຢ່າງໝັ້ນໜຽວບໍ່ປ່ຽນແປງ ດ້ວຍທ່າທີເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າຫາກັນ, ນີ້ສະແດງໃຫ້ເຫັນວ່າ: ຈີນຈິ່ງແມ່ນກຳລັງແໜ້ນແກ່ນໃນການປົກປັກຮັກສາສັນຕິພາບຂອງໂລກ.

ທ່ານຊາອິອົນຈິ ກາຊຸເຕຣຸ ສາສາດາຈານຮັບເຊີນຂອງມະຫາວິທະຍາໄລຮິກາຊິ ນິປົນ ສາກົນຍີ່ປຸ່ນໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ໂລກໃນປັດຈຸບັນພວມປະເຊີນໜ້າກັບ “ໄລຍະເຈັບປວດຂອງການສ້າງລະບຽບການໃໝ່”, ແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ທ່ານສີຈິ້ນຜິງສະເໜີອອກມາ ຈະກາຍເປັນທິດຊີ້ນຳຍຸກສະໄໝຂອງການພັດທະນາທົ່ວໂລກ, ຫວັງວ່າ: ຈີນຈະເສີມຂະຫຍາຍບົດບາດໃຫຍ່ຫຼວງກວ່າເກົ່າ ໃນການບໍລິຫານທົ່ວໂລກ ໃນຖານະເປັນປະເທດຊູຄັນທຸງຍຶດໝັ້ນລັດທິສັນຕິພາບ, ລັດທິຫຼາຍຝ່າຍ, ການຄ້າເສລີ ແລະ ການຖອດຖອນອາລະຍະທຳເຊິ່ງກັນແລະກັນ.

ທ່ານເມເມດ ອາລີ ກູເລີ ນັກ່າວຕວກກີໃຫ້ສຳພາດຕໍ່ນັກຂ່າວ CMG ວ່າ: ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ທີ່ຈີນສະເໜີອອກມາ ໄດ້ຊີ້ທິດເຍືອງທາງໃຫ້ແກ່ສັນຕິພາບ ແລະ ການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດຂອງໂລກ. ພາຍໃຕ້ສະຖານະການສາກົນທີ່ນັບມື້ນັບສັບສົນ, ຫຼາຍປະເທດໃນໂລກ ເຊິ່ງລວມທັງຕວກກີ ລ້ວນແຕ່ປາຖະໜາໃຫ້ຈີນເສີມຂະຫຍາຍບົດບາດສຳຄັນກວ່າເກົ່າໃນເວທີສາກົນ.