ຖະແຫຼງການຂອງກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20

2022-10-23 13:17:48 cri

ກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນໃນວັນທີ 23 ຕຸລານີ້. ທ່ານສີຈິ້ນຜິງ, ທ່ານຫຼີສຽງ, ທ່ານຈ້າວເລີ້ຈີ້, ທ່ານຫວາງຮູ້ໜິງ, ທ່ານຊ້າຍສີ, ທ່ານຕິ່ງເຊສຽງ ແລະ ທ່ານຫຼີຊີ ໄດ້ຮັບເລືອກຕັ້ງເປັນກຳມະການປະຈຳກົມການເມືອງສູນກາງພັກຊຸດໃໝ່.

ມີກຳມະການສູນກາງພັກທັງໝົດ 203 ທ່ານ ແລະ ກຳມະການສຳຮອງສູນກາງພັກ 168 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້. ກຳມະການຄະນະກຳມະການກວດກາວິໄນສູນກາງພັກໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນຕົວແທນບໍ່ລົງຄະແນນສຽງ.

ສະຫາຍສີຈິ້ນຜິງເປັນປະທານຈັດກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ ພາຍຫຼັງທ່ານໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ.

ກອງປະຊຸມໄດ້ເລືອກຕັ້ງກຳມະການກົມການເມືອງສູນກາງພັກ, ກຳມະການປະຈຳກົມການເມືອງສູນກາງພັກ ແລະ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ; ໂດຍອີງຕາມການສະເໜີຊື່ຈາກຄະນະປະຈຳກົມການເມືອງສູນກາງພັກ, ໄດ້ຜ່ານບັນຊີລາຍຊື່ສະມາຊິກຄະນະເລຂາທິການສູນກາງພັກ, ໄດ້ຕົກລົງສະມາຊິກຄະນະກຳມະການການທະຫານສູນກາງ; ໄດ້ອະນຸມັດລາຍຊື່ປະທານ, ຮອງປະທານ ແລະ ຄະນະປະຈຳ ທີ່ໄດ້ຮັບເລືອກຕັ້ງໃນກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການກວດກາວິໄນສູນກາງພັກຊຸດທີ 20.