ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(3)

2022-10-23 18:56:58 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ຢູ່ບົນຂະບວນການເດີນທາງອອກຄັ້ງໃໝ່, ພວກເຮົາຕ້ອງຊຸກຍູ້ການປະຕິຮູບຕົນເອງຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ພັກທີ່ໄດ້ຜ່ານຜ່າການທົດສອບທາງປະຫວັດສາດຢ່າງຫຼວງຫຼາຍແຕ່ບໍ່ໄດ້ປ່ຽນແປງອຸດົມການໃນຫົວທີ, ຈຶ່ງສາມາດຮັກສາຄວາມມີຊີວິດຊີວາຂອງພາລະກິດຢູ່ສະເໝີ; ພັກທີ່ໄດ້ສ້າງຜົນສຳເລັດຢ່າງສະຫງ່າງາມ ແຕ່ຍັງຍຶດໝັ້ນການປະຕິຮູບຕົນເອງຢ່າງກ້າຫານ, ຈຶ່ງສາມາດຜ່ານຜ່າອຸປະສັກທຸກຢ່າງ.