ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20(6)

2022-10-23 19:02:31 CRI

    ວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ. ທ່ານກ່າວວ່າ: ຂະບວນການເດີນທາງອອກຄັ້ງໃໝ່ແມ່ນການເດີນທັບໄກທີ່ເຕັມໄປດ້ວຍກຽດສະຫງ່າ ແລະ ຄວາມໃຝ່ຝັນ. ແຜນແມ່ບົດໄດ້ວາງໄວ້ແລ້ວ, ສຽງແກຕະລຸມບອນໄດ້ດັງຂຶ້ນແລ້ວ. ພວກເຮົາຕ້ອງບຸກບືນກ້າວໄປໜ້າຢ່າງກ້າຫານ, ພະຍາຍາມສ້າງອະນາຄົດທີ່ສົດໃສກວ່າເກົ່າ.