ຈຳນວນຜູ້ເສຍຊີວິດຈາກເຫດການປະທະກັນລະຫວ່າງກອງເຊຍບານຂອງອິນໂດເນເຊຍເພີ່ມຂຶ້ນເປັນ 135 ຄົນ

2022-10-24 11:01:46 CRI


ສື່ມວນຊົນອິນໂດເນເຊຍແຈ້ງຂ່າວວ່າ, ຜູ້ໄດ້ຮັບບາດເຈັບຄົນໜຶ່ງຈາກເຫດການປະທະກັນລະຫວ່າງກອງເຊຍບານທີ່ເກີດຂຶ້ນຢູ່ສະໜາມກິລາຄັນຈູຣູຮານນະຄອນມາລາງປະເທດອິນໂດເນເຊຍໄດ້ເສຍຊີວິດພາຍຫຼັງເຂົ້າປິ່ນປົວແຕ່ບໍ່ໄດ້ຜົນໃນຕອນຄ່ຳວັນທີ 23 ຕຸລາ 2022, ເຮັດໃຫ້ຈຳນວນຜູ້ເສຍຊີວິດຈາກເຫດການຄັ້ງນີ້ເພີ່ມຂຶ້ນເປັນ 135 ຄົນ.

 

ຕອນຄ່ຳວັນທີ 1 ຕຸລາ 2022, ໃນການແຂ່ງຂັນບານເຕະທີ່ຈັດຂຶ້ນຢູ່ສະໜາມກິລາຄັນຈູຣູຮານນະຄອນມາລາງແຂວງຈາວາຕາເວັນອອກຂອງອິນໂດເນເຊຍ, ກອງເຊຍບານທັງສອງທີມໄດ້ເກີດການປະທະກັນດ້ວຍຄວາມຮຸນແຮງ. ຫຼັງຈາກເກີດເຫດການແລ້ວ, ຫຼາຍຮ້ອຍຄົນຢາກອອກສະໜາມກິລາຜ່ານທາງອອກ, ແຕ່ເກີດເຫດການຢຽບກັນຍ້ອນຄວາມວຸ້ນວາຍ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ.