ທ່ານສີຈິ້ນຜິງ ພ້ອມດ້ວຍຜູ້ນຳທ່ານອື່ນໆ ພົບປະກັບຜູ້ແທນທົ່ວປະເທດ, ຜູ້ແທນທີ່ເຊື້ອເຊີນພິເສດ ແລະຜູ້ນັ່ງຟັງທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກຄອມມູນິດຈີນ

2022-10-24 15:46:46 cri


ຕອນບ່າຍວັນທີ 23 ຕຸລານີ້, ຢູ່ຫໍສະພາປະຊາຊົນຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ພ້ອມດ້ວຍຜູ້ນຳທ່ານອື່ນໆ ໄດ້ພົບປະກັບຜູ້ແທນທົ່ວປະເທດ, ຜູ້ແທນທີ່ເຊື້ອເຊີນພິເສດ ແລະຜູ້ນັ່ງຟັງທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນຢ່າງສະໜິດສະໜົມ ແລະໄດ້ຖ່າຍຮູບຮ່ວມກັນ.