ຣັດເຊຍ ແລະອູແກຣນເກີດການໂຈມຕີ ແລະຕອບໂຕ້ກັນ

2022-10-24 15:27:46 cri


    ກະຊວງປ້ອງກັນປະເທດຣັດເຊຍແຈ້ງຂ່າວການສູ້ຮົບໃນວັນທີ 23 ຕຸລານີ້ ໂດຍລະບຸວ່າ: ກອງທັບຣັດເຊຍໄດ້ໂຈມຕີລະບົບບັນຊາດ້ານການທະຫານ ແລະພະລັງງານດ້ວຍລູກສອນໄຟນຳວິຖີໄລຍະໄກທີ່ຕິດຕັ້ງຢູ່ເຮືອບິນ.

    ກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຮູ້ຕື່ມວ່າ, ກອງທັບອູແກຣນໄດ້ຍິງປືນໃຫຍ່ໃສ່ເຂດນອກເມືອງທາງພາກຕາເວັນອອກຂອງເອັນເນີໂຮດາ ແລະເຂດໃກ້ກັບສະຖານີໄຟຟ້ານິວເຄລຍຈາໂປໂຣຊີ. ກອງທະຫານປືນໃຫຍ່ຂອງກອງທັບຣັດເຊຍຈຶ່ງຕອບໂຕ້ຄືນ, ເຫດການຄັ້ງນີ້ບໍ່ມີຜູ້ເສຍຊີວິດ ແລະໄດ້ຮັບບາດເຈັບສ່ວນສະຖານີໄຟຟ້ານິວເຄລຍ, ສະພາບການແຜ່ລັງສີແມ່ນເປັນປົກກະຕິ.

    ສຳນັກຂ່າວສານອູແກຣນລາຍງານວ່າ: ກົມໃຫຍ່ເສນາທິການກອງທັບອູແກຣນໄດ້ລົງຂ່າວຜ່ານສື່ສັງຄົມອອນລາຍໃນວັນທີ 23 ຕຸລານີ້ ໂດຍລະບຸວ່າ : ກອງທັບອູແກຣນໄດ້ສຳເລັດການຕອບໂຕ້ຄືນຫຼາຍຄັ້ງຕໍ່ການໂຈມຕີຂອງຣັດເຊຍທີ່ກໍ່ຂຶ້ນຢູ່ຫຼາຍເຂດຂອງໂດເນັກ.   ຍົນສູ້ຮົບອູແກຣນຍັງໄດ້ຫຼອນໂຈມຕີທາງອາກາດຫຼາຍຄັ້ງຕໍ່ເຂດລວມອາວຸດຍຸດໂທປະກອນຂອງກອງທັບຣັດເຊຍ.