ທ່ານລີວຊີ້ວຊຽງ: ຜູ້ນໍາທາງການສຶກສາໃຫ້ນັກຮຽນຢູ່ເຂດພູດອຍ

2022-10-24 17:20:20 cri


    ເວລາຕອນຂ້ອນແຈ້ງ, ອາຈານຄົນໜຶ່ງຢືນຢູ່ນອກປະຕູຫ້ອງຮຽນ, ເພິ່ນນຸ່ງເສື້ອເຊີດສີຂາວ ຈົ່ງຜົມສັ້ນ ແລະຈັບເອົາປຶ້ມຢູ່ໃນມື, ເພື່ອລໍຖ້ານັກຮຽນທັງຫຼາຍມາເຂົ້າຮ່ວມການຮຽນຕອນເຊົ້າກ່ອນຊົ່ວໂມງຮຽນທາງການ. ເພິ່ນກໍແມ່ນທ່ານ ລີວຊີ້ວຊຽງ ຮອງເລຂາຄະນະພັກ ທັງເປັນຮອງຫົວໜ້າໂຮງຮຽນອຸດົມທົດລອງຂອງ ເມືອງວ້າງໂມ້, ກິ່ງແຂວງປົກຄອງຕົນເອງເຜົ່າປູ້ອີ່-ເຜົ່າມົ້ງຊຽນຊີ່ນານ, ແຂວງກຸ້ຍໂຈ່ວ.

    ໃນສາຍຕານັກຮຽນທັງຫຼາຍ, ອາຈານ ລີວຊີ້ວຊຽງ ເປັນແບບຢ່າງໃນຊີວິດຄົນເຮົາ. ນາງ ຫຼີຢີ່ງເຟີ່ນ ເຄີຍເປັນນັກຮຽນຂອງທ່ານ ລີວຊີ້ວຊຽງ, ນາງເວົ້າວ່າ: “ເລື່ອງລາວຂອງອາຈານລີວ ໄດ້ເຊີດຊູກຳລັງໃຈໃຫ້ຂ້າພະເຈົ້າຮຽນຈົບຊັ້ນມັດທະ ຍົມຕອນປາຍ ແລະ ເສັງເຂົ້າມະຫາວິທະຍາໄລ, ຂ້າພະເຈົ້າກໍຢາກຕອບບຸນແທນຄຸນສັງຄົມເໝືອນດັ່ງເພິ່ນ.” ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລແລ້ວ ນາງໄດ້ກັບເມືອເມືອງວ້າງໂມ້ ແລະ ກາຍເປັນຄູສອນຄົນໜຶ່ງ.

    ທ່ານ ລີວຊີ້ວຊຽງ ເກີດຢູ່ບ້ານພູດອຍທີ່ຫ່າງໄກສອກຫຼີກຂອງເມືອງວ້າງໂມ້ ເມື່ອປີ1986,.  ໃນຍາມນ້ອຍ, ພໍ່ຂອງລາວກໍເສຍຊີວິດຍ້ອນເປັນພະຍາດ, ແມ່ກໍເປັນພະຍາດເຊັ່ນກັນ, ສະນັ້ນ, ທ່ານ ລີວຊີ້ວຊຽງ ຈຶ່ງໄດ້ແບກຫາບພາລະດ້ານຊີວິດການເປັນຢູ່ ແລະການເບິ່ງແຍງດູແລແມ່ດ້ວຍຕົນຄົນດຽວ. ພາຍໃຕ້ການຊ່ວຍເຫຼືອຈາກທ່ານ ໂລຢີວຊ່າວ ຜູ້ເປັນອາຈານຊົນນະບົດ, ທ່ານໄດ້ຮັບໂອກາດຮ່ຳຮຽນທີ່ໄດ້ມາບໍ່ແມ່ນງ່າຍ. ທ່ານທັງພະຍາຍາມໝັ່ນຮຽນ, ທັງຫ້າງຫາເງິນໃນເວລາວ່າງດ້ວຍການເກັບຂີ້ເຫຍື້ອ, ເປັນຄູສອນນັກຮຽນໃນເຮືອນແລະອື່ນໆເພື່ອລ້ຽງຊີບ. ປີ 2008, ທ່ານ ລີວຊີ້ວຊຽງ ໄດ້ເສັງເຂົ້າສະຖາບັນສ້າງຄູລິນຢີ (ປັດຈຸບັນແມ່ນມະຫາວິທະຍາໄລລີນຢີ) ຂອງແຂວງຊ່ານຕົ່ງ, ທ່ານໄດ້ເດີນທາງຍາວໄກໄປຮອດໂຮງຮຽນໂດຍມືເບື້ອງໜຶ່ງໂຊມແມ່ ອີກເບື້ອງໜຶ່ງລາກເອົາຫີບເດີນທາງ, ພາຍໃຕ້ການສະໜັບສະໜູນ ແລະ ເອົາໃຈໃສ່ຈາກໂຮງຮຽນ, ທ່ານທັງພະຍາຍາມຮ່ຳຮຽນ, ທັງເຮັດວຽກໃນຍາມວ່າງເພື່ອເບິ່ງແຍງດູແລແມ່.

 


    ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລແລ້ວ, ທໍາອິດ ທ່ານໄປເຮັດວຽກຢູ່ວິສາຫະກິດແຫ່ງໜຶ່ງໃນຕົວເມືອງໃຫຍ່. ມີມື້ໜຶ່ງ, ທ່ານໄດ້ຮັບໂທລະສັບຈາກເດັກນ້ອຍທີ່ລາວເຄີຍຊ່ວຍເຫຼືອ ໂດຍບອກວ່າ ຕົນເອງບໍ່ຢາກຮຽນຕໍ່ອີກ, ເຖິງວ່າລາວຈະຊັກຊວນຫຼາຍເທື່ອກໍບໍ່ໄດ້ຮັບຜົນຫຍັງ. ຈາກເລື່ອງນີ້ ລາວຈິ່ງສຳນຶກຮູ້ວ່າ ໃນບ້ານເກີດຍັງມີເດັກນ້ອຍຫຼາຍຄົນທີ່ຢຸດຮຽນແຕ່ມັດທະຍົມຕົ້ນ.

    ສະນັ້ນ, ປີ 2012 ທ່ານ ລີວຊີ້ວຊຽງ ໄດ້ລາອອກຈາກຕຳແໜ່ງໃນວິສາຫະກິດໃຫຍ່ ແລະກັບເມືອບ້ານເກີດທີ່ເມືອງວ້າງໂມ້ ເພື່ອເປັນອາຈານສອນ, ທ່ານຢາກໃຫ້ເດັກນ້ອຍສາມາດຍ່າງອອກຈາກເຂດພູດອຍໄດ້ຫຼາຍກວ່າເກົ່າ. ທ່ານເວົ້າວ່າ: “ຍ້ອນວ່າຂ້າພະເຈົ້າເອງແມ່ນອອກຈາກເຂດພູດອຍໂດຍຜ່ານການຮ່ຳຮຽນ, ຂ້າພະເຈົ້າກັບມາແມ່ນເພື່ອຢາກບອກໃຫ້ເດັກນ້ອຍ ແລະ ພໍ່ແມ່ຜູ້ປົກຄອງວ່າ, ການຮຽນໜັງສືສາມາດປ່ຽນແປງຊາຕາກຳໄດ້.” ທ່ານເຫັນວ່າ, ການສຶກສາຄວນຜ່ານແບບເຊີດຊູກຳລັງໃຈ ມາກະຕຸກໃຫ້ນັກຮຽນມີພະລັງບຸກບືນສູ້ຊົນ.

    ເພື່ອຊອກຮູ້ສະພາບການຂອງນັກຮຽນພ້ອມດ້ວຍຄອບຄົວ, ເຮັດວຽກແລກປ່ຽນໃຫ້ລຸລົ່ງໃຈກັບພໍ່ແມ່ຂອງນັກຮຽນຜູ້ຢຸດເຊົາຮຽນ, ທ່ານ ລີວຊີ້ວຊຽງ ໄດ້ຂີ່ລົດຈັກໄປຢ້ຽມຢາມທຸກຄອບຄົວ. ເຖິງວ່າເຄີຍໄດ້ພົບກໍລະນີທີ່ວ່າພໍ່ແມ່ຂອງນັກຮຽນບໍ່ຍອມເປີດປະຕູຕ້ອນຮັບ ຫຼືວ່າບໍ່ເຂົ້າໃຈຕໍ່ທ່ານ ລີວຊີ້ວຊຽງກໍຕາມ, ແຕ່ລາວບໍ່ເຄີຍຄິດຈະປະຖິ້ມຈັກເທື່ອ. ທ່ານເວົ້າວ່າ: “ຂ້າພະເຈົ້າຫວັງຢາກບອກປະສົບການຂອງຕົນໃຫ້ພໍ່ແມ່ ແລະ ເດັກນ້ອຍທີ່ດຳລົງຊີວິດໃນເຂດພູດອຍ ໃຫ້ຮູ້ວ່າ, ຄວາມຮູ້ສາມາດປ່ຽນແປງຊາຕາກຳໄດ້.” ໃນເວລາ 3 ປີທີ່ເປັນຄູສອນສະເພາະ, ທ່ານ ລີວຊີ້ວຊຽງ ໄດ້ຢ້ຽມຢາມຢູ່ເຮືອນຂອງນັກຮຽນ 500 ກວ່າຄົນເປັນລຳດັບ, ໂດຍໄດ້ດຶງເອົານັກຮຽນຫຼາຍຄົນຈາກບ່ອນກໍ່ສ້າງໃຫ້ກັບຄືນສູ່ໂຮງຮຽນ.

 


    ນາງ ວາງໄຕ້ເຟີ່ນ ທີ່ເຄີຍໄດ້ຮັບຄວາມຊ່ວຍເຫຼືອຈາກທ່ານ ລີວຊີ້ວຊຽງ ໄດ້ບອກໃຫ້ນັກຂ່າວຮູ້ວ່າ: “ອາຈານ ລີວຊີ້ວຊຽງ ເປັນຄົນທີ່ເບິ່ງໂລກໃນແງ່ດີ, ມີຄວາມຫ້າວຫັນ ແລະຄວາມອົບອຸ່ນ, ສາມາດສົ່ງພະລັງແຮງທາງບວກໃຫ້ຄົນອື່ນ. ໃນເວລາເຂົ້າຮຽນ ເມື່ອຂ້າພະເຈົ້າພົບພໍ້ຄວາມຫຍຸ້ງຍາກ ກໍມັກຂໍຄວາມຊ່ວຍເຫຼືອນຳເພິ່ນ, ເລື່ອງລາວຂອງເພິ່ນເປັນກຳລັງໃຈໃຫ້ຂ້າພະເຈົ້າເດີນທາງໄປຂ້າງໜ້າ. ຂ້າພະເຈົ້າກໍຢາກເປັນຄົນຄືກັບອາຈານລີວ, ເມື່ອຕົນເອງມີຄວາມສາມາດແລ້ວ ກໍຈະຕອບບຸນແທນຄຸນໃຫ້ບ້ານເກີດເມືອງນອນ.”

    ເມື່ອເຮັດວຽກດົນເທົ່າໃດ, ທ່ານ ລີວຊີ້ວຊຽງ ແຮ່ງຮັບຮູ້ຫຼາຍຂຶ້ນວ່າ ຕ້ອງເຕົ້າໂຮມກຳລັງໃຫ້ຫຼາຍເພື່ອຊ່ວຍເຫຼືອການສຶກສາຢູ່ຊົນນະບົດ. ຂໍ້ຄິດນີ້ເຮັດໃຫ້ລາວໄດ້ສ້າງຕັ້ງຫ້ອງວຽກງານອາຈານຜູ້ມີຊື່ສຽງລີວຊີ້ວຊຽງ, ເພື່ອເປັນຂົວຕໍ່ກັບ ບຸກຄົນພາຍໃນແຂວງ ແລະ ຕ່າງແຂວງ ເພື່ອອຸດໜູນນັກຮຽນຜູ້ທຸກຈົນໃຫ້ ສາມາດເຂົ້າໂຮງຮຽນໄດ້, ທັງຊ່ວຍເຫຼືອຄູສອນໜຸ່ມເຕີບໃຫຍ່ຂຶ້ນຢ່າງວ່ອງໄວ.

    10 ປີທີ່ຜ່ານມາ, ທ່ານ ລິວຊິ້ວຊຽງ ໄດ້ຈັດຊຸດຝຶກອົບຮົມຄູສອນ ແລະ ການບັນຍາຍດ້ານສິນລະທຳໃຫ້ນັກຮຽນຫຼາຍກວ່າ 2.000 ເທື່ອ, ໄດ້ຮັບເງິນບໍລິຈາກຫຼາຍກວ່າ 13 ລ້ານຢວນ, ແລະໄດ້ໃຫ້ການສະໜັບສະໜູນນັກຮຽນທີ່ຕ້ອງການກວ່າ 4.200 ຄົນ. ພາຍໃຕ້ການເຊີດຊູກຳລັງໃຈ ແລະ ການກະຕຸກຊຸກຍູ້ຈາກທ່ານ ລີວຊີ້ວຊຽງ, ມີນັກຮຽນຫຼາຍຄົນໄດ້ກັບຄືນເມືອງວ້າງໂມ້ຫຼັງຈາກຮຽນຈົບ ແລະເຮັດວຽກຢູ່ເຂດພູດອຍ.

    ຫຼາຍປີມໍ່ໆມານີ້, ຜູ້ປະກອບການການສຶກສາເໝືອນດັ່ງທ່ານ ລີວຊີ້ວຊຽງຫຼາຍໆຄົນໄດ້ກາຍເປັນສິ່ງຄ້ຳປະກັນອັນເຂັ້ມແຂງຢູ່ເບື້ອງຫຼັງນັກຮຽນເຂດພູດອຍ.

    ທ່ານ ລິວຊິ້ວຊຽງ ເວົ້າວ່າ: “ນັກຮຽນໃນຍຸກປັດຈຸບັນ ມີຄວາມສຸກຫຼາຍກວ່າຂ້າພະເຈົ້າໃນເມື່ອກ່ອນຫຼາຍ. ໂດຍສະເພາະແມ່ນຫຼັງຈາກດຳເນີນບັ້ນການແກ້ຂອດຫຍຸ້ງຍາກຂອງການລຶບລ້າງຄວາມທຸກຍາກແລ້ວ, ພັກແລະລັດໄດ້ປະກາດມາດຕະການຮັບປະກັນການສຶກສາຫຼາຍຢ່າງ ຈາກການສຶກສາພາກບັງຄັບ ຈົນຮອດມະຫາວິທະຍາໄລ, ການອຸດໜູນຊ່ວຍເຫຼືອຈາກສັງຄົມກໍນັບມື້ນັບສົມບູນຂຶ້ນ.


    ໃນຫຼາຍປີຜ່ານມາ ທ່ານ ລີວຊີ້ວຊຽງ ໄດ້ຮັບກຽດຕິຄຸນຫຼາຍຢ່າງ, ປີນີ້ ຍັງໄດ້ຮັບເລືອກຕັ້ງເປັນຜູ້ແທນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ທ່ານກ່າວວ່າ, ຕົນເອງພຽງແຕ່ເຮັດວຽກທີ່ສະມາຊິກພັກຄອມມູນິດຄວນເຮັດເທົ່ານັ້ນ. ທ່ານເວົ້າວ່າ: “ຂ້າພະເຈົ້າພຽງແຕ່ເປັນຄົນໜຶ່ງໃນບັນດາຜູ້ເຮັດວຽກການສຶກສາໃນເຂດພູດອຍເປັນພັນເປັນໝື່ນຄົນ, ຂ້າພະເຈົ້າຈະເຮັດຄືທີ່ຜ່ານມາ, ເອົາໃຈໃສ່ນັກຮຽນເຂດພູດອຍ, ຊ່ວຍເຫຼືອເຂົາເຈົ້າຊອກຫາຄວາມໝັ້ນໃຈຕົນເອງ. ພ້ອມກັນນັ້ນ ກໍຈະສືບຕໍ່ບຸກບືນສູ້ຊົນເພື່ອວຽກງານການສຶກສາຂອງພັກແລະລັດ.”