ປະເທດຈີນເລິ່ມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່, ທົ່ວໂລກແບ່ງປັນໂອກາດພັດທະນາໃໝ່ຮ່ວມກັນ

2022-10-24 16:24:21 cri


“ປັດຈຸບັນ, ພວກເຮົາພວມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ມີຄວາມທັນສະໄໝ ແລະ ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານດ້ວຍກຳລັງໃຈຟົດຟື້ນຊື່ນບານ, ແລະບຸກບຶນໄປສູ່ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍການຫັນເປັນທັນສະໄໝແບບຈີນ.” ຕອນທ່ຽງວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ບັນລະຍາຍໜ້າທີ່ໃຈກາງຂອງພັກຄອມມູນິດຈີນໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ໂດຍເນັ້ນໜັກວ່າ ຕ້ອງໃຫ້ຄວາມປາຖະໜາທີ່ຫວັງໃຫ້ມີຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໄດ້ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ,  ແລະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ.

ຢາກເຂົ້າໃຈປະເທດຈີນໃນຍຸກປັດຈຸບັນ, ກໍຄວນເຂົ້າໃຈພັກຄອມມູນິດຈີນກ່ອນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ຫາກໍ່ສິ້ນສຸດລົງ, ໄດ້ຊີ້ທິດເຍືອງທາງ ແລະ ກຳນົດທິດທາງການເຄື່ອນໄຫວໃຫ້ປະເທດຈີນເພື່ອບັນລຸເປົ້າໝາຍສູ້ຊົນ ຮອບຮ້ອຍປີປະການທີສອງໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ທັງໄດ້ສະໜອງໂອກາດສຳຄັນໃຫ້ແກ່ປະຊາຄົມໂລກນການຊອກຮູ້ການປົກຄອງປະເທດ ແລະ ການຄຸ້ມຄອງລັດຂອງພັກຄອມມູນິດຈີນຕື່ມອີກ.

ໃນນັ້ນ, “ການຫັນເປັນທັນສະໄໝແບບຈີນ” ໄດ້ຮັບຄວາມສົນໃຈໃນລະດັບສູງຈາກນັກສັງເກດການສາກົນ. ກອງປະຊຸມໃຫຍ່ໄດ້ກຳນົດຄວາມເປັນສີສັນພິເສດຂອງຈີນ ແລະ ຄວາມຮຽກຮ້ອງທີ່ເປັນທາດແທ້ຂອງການຫັນເປັນທັນສະໄໝແບບຈີນ, ໄດ້ວາງແຜນຍຸດທະສາດໃນການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂວງຢ່າງຮອບດ້ານ, ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ. ເມື່ອທຽບກັບເສັ້ນທາງຂອງການຫັນເປັນທັນສະໄໝເກົ່າຂອງປະເທດຕາເວັນຕົກທີ່ຖືກເງິນທຶນເປັນໃຈກາງ ແລະ ຮຸກຮາງຕໍ່ຕ່າງປະເທດ, ເສັ້ນທາງໃໝ່ຄວາມເປັນແບບທັນສະໄໝຂອງປະເທດຈີນທີ່ໄດ້ຮັບຜົນສຳເລັດເສັ້ນນີ້, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍຢ່າງໃນການພັດທະນາສັງຄົມຂອງມວນມະນຸດ, ແລະ ກໍເປັນທາງເລືອກໃໝ່ໃນການບັນລຸຄວາມເປັນທັນສະໄໝຂອງມວນມະນຸດ.

ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້, ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວວ່າ: ປະເທດຈີນໄດ້ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດຕະຫຼອດມາ, ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ການເປີດປະຕູສູ່ພາຍນອກຂອງປະເທດຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ, ຈີນຈະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ.

ໃນຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງຢ່າງຮອບດ້ານ, ພັກຄອມມູນິດຈີນຈະນຳພາປະຊາຊົນຈີນ ແລະ ມີຄວາມໝັ້ນໃຈທັງມີຄວາມສາມາດສ້າງຄວາມອັດສະຈັນໃໝ່ໃຫຍ່ຫຼວງກວ່າເກົ່າທີ່ປະຈັກຕາຕໍ່ຊາວໂລກ, ພັດທະນາໂຕເອງໃຫ້ດີກວ່າເກົ່າ, ແລະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າ.