ພັກການເມືອງແລະບຸກຄົນການເມືອງຕົ້ນຕໍຢູ່ໃນໂລກຊົມເຊີຍຢ່າງສຸດຊື້ງຕໍ່ທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ

2022-10-24 11:27:26 cri


  ວັນທີ23ຕຸລານີ້, ພັກການເມືອງແລະບຸກຄົນການເມືອງຕົ້ນຕໍຢູ່ໃນໂລກຕ່າງພາກັນສົ່ງສານຊົມເຊີຍຢ່າງສຸດຊື້ງຕໍ່ທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20.


   ເນື້ອໃນສານຂອງທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍລະບຸວ່າ:ຂໍໃຫ້ທ່ານຮັບເອົາຄຳຊົມເຊີຍທີ່ສຸດຊຶ້ງທີ່ສຸດຂອງຂ້າພະເຈົ້າເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນອີກສະໄໝໜຶ່ງ. ຂ້າພະເຈົ້າຍິນດີສືບຕໍ່ຮ່ວມກັບທ່ານດຳເນີນການສົນທະນາລັກສະນະສ້າງສັນແລະຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຣັດເຊຍ-ຈີນຂະຫຍາຍຕົວໄປຂ້າງໜ້າຕື່ມອີກ.ຂໍອວຍພອນໃຫ້ທ່ານມີສຸຂະພາບແຂງແຮງແລະປາດຖະໜາສິ່ງໃດກໍໃຫ້ໄດ້ສິ່ງນັ້ນ,ທັງໄດ້ຮັບຜົນງານໃໝ່ຢ່າງບໍ່ຢຸດຢັ້ງໃນຕຳແໜ່ງອັນສູງສົ່ງ.


   ເນື້ອໃນສານຂອງທ່ານ ມາຕາເມລາ ຊີຣີວ ຣາມາໂພຊາ ປະທານສະພາແຫ່ງຊາດຊາວອາຟຣີກາ, ທັງເປັນປະທານາທິບໍດີອາຟຣີກໃຕ້ລະບຸວ່າ: ເຊື່ອໝັ້ນວ່າ ພັກຄອມມູນິດຈີນຍ່ອມຈະພ້ອມກັບກຳລັງທີ່ກ້າວໜ້າຢູ່ໃນໂລກຊຸກຍູ້ຢ່າງຕໍ່ເນື່ອງເພື່ອບັນລຸຄວາມຍຸຕິທຳ,ຄວາມເປັນທຳແລະການພັດທະນາໂດຍສັນຕິຂອງໂລກດ້ວຍຄວາມເປັນຈິງ.


   ເນື້ອໃນສານຂອງທ່ານ ຄາຊີມ ໂທຄາເຢັຟ ປະທານາທິບໍດີກາຊັກສະຖານລະບຸວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ ເຊິ່ງມີຄວາມໝາຍສຳຄັນໃນປະຫວັດສາດບົນເສັ້ນທາງຟື້ນຟູຄວາມຈະເລີນອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່. ການທີ່ທ່ານໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນອີກສະໄໝໜຶ່ງແມ່ນຢືນຢັນໃຫ້ເຫັນເຖິງປະຊາຊົນທົ່ວປະເທດຈີນໄດ້ສະໜັບສະໜູນທ່ານເປັນຢ່າງສູງ.ຂ້າພະເຈົ້າຍິນດີຮ່ວມກັບທ່ານ ພ້ອມກັນທຳຄວາມພະຍາຍາມເພື່ອລົງເລິກຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຖາວອນລະຫວ່າງສອງປະເທດຕື່ມອີກ.