ໃນ 3 ໄຕມາດຂອງປີ 2022 ການຄ້ານຳເຂົ້າ ແລະ ສົ່ງອອກຂອງຈີນເພີ່ມຂຶຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

2022-10-24 14:35:57 CRI


ອີງຕາມຕົວເລກສະຖິຕິຂອງດ່ານພາສີຈີນໃຫ້ຮູ້ວ່າ: ໃນ3 ໄຕມາດຂອງປີ 2022, ຍອດມູນຄ່າການນຳເຂົ້າ ແລະສົ່ງອອກຂອງຈີນມີເຖິງ 31.110 ຕື້ຢວນ, ເພີ່ມຂຶຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນມູນຄ່າສົ່ງອອກມີ 17.670ຕື້ຢວນ, ເພີ່ມຂຶ້ນ 13,8%; ນຳເຂົ້າສິນຄ້າ 13.440 ຕື້ຢວນ, ເພີ່ມຂຶ້ນ 5,2%.

 

ໃນ 3 ໄຕມາດປີ 2022, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນມີເຖິງ 4.700 ຕື້ຢວນ, ເພີ່ມຂຶ້ນ 15,2%, ກວມ 15,1% ໃນຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ; ໃນນັ້ນ ສິນຄ້າທີ່ສົ່ງອອກຕໍ່ອາຊຽນມີມູນຄ່າ 2.730 ຕື້ຢວນ, ເພີ່ມຂຶ້ນ 22%;ມູນຄ່າສິນຄ້າທີ່ນຳເຂົ້າຈາກອາຊຽນມີເຖິງ 1.970 ຕື້ຢວນ, ເພີ່ມຂຶ້ນ 6,9%; ສ່ວນສະຫະພາບເອີຣົບເປັນຄູ່ການຄ້າໃຫຍ່ອັນດັບສອງຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບສະຫະພາບເອີຣົບມີເຖິງ 4.230 ຕື້ຢວນ, ເພີ່ມຂຶ້ນ9%.