ຈີນຈະດຳເນີນກິດຈະກຳປັບປຸງດ້ານໂພສະນາການຂອງຜູ້ອາຍຸສູງໃຫ້ດີຂຶ້ນໃນທົ່ວປະເທດນັບແຕ່ປີ 2022-2025

2022-10-24 15:26:23 cri

 


    ເພື່ອປັບປຸງສະພາບການດ້ານສຸຂະພາບ ແລະ ໂພສະນາການຂອງຜູ້ອາຍຸສູງຕື່ມອີກ, ຊຸກຍູ້ໃຫ້ຜູ້ອາຍຸສູງມີສຸຂະພາບແຂງແຮງ, ຫ້ອງການຄະນະກຳມະການວຽກງານປະຊາກອນຜູ້ອາຍຸສູງທົ່ວປະເທດຈີນໄດ້ປະກາດແຈ້ງການໃນຫວ່າງມໍ່ໆມານີ້ ໂດຍລະບຸວ່າ: ຕົກລົງຈັດຕັ້ງປະຕິບັດກິດຈະກຳປັບປຸງດ້ານໂພສະນາການຂອງຜູ້ອາຍຸສູງໃຫ້ດີຂຶ້ນໃນທົ່ວປະເທດຈີນ.

    ແຈ້ງການລະບຸຕື່ມວ່າ: ກິດຈະກຳປັບປຸງໂພສະນາການຂອງຜູ້ອາຍຸສູງໃຫ້ດີຂຶ້ນແມ່ນກວມ 4 ດ້ານ, ເຊັ່ນ: ໂຄສະນາຄວາມຮູ້ດ້ານໂພສະນາການ ແລະສຸຂະພາບຂອງຜູ້ອາຍຸສູງ, ເພີ່ມທະວີວຽກງານດ້ານໂພສະນາການຕໍ່ກຸ່ມຄົນຜູ້ສູງອາຍຸ, ຍົກສູງຄວາມສາມາດດ້ານບໍລິການດ້ານໂພສະນາການ ແລະສຸຂະພາບຂອງຜູ້ອາຍຸສູງ, ດຳເນີນກິດຈະກຳສາທາລະນະປະໂຫຍດດ້ານໂພສະນາການ ແລະສຸຂະພາບຂອງຜູ້ອາຍຸສູງ.

    ຕົວຢ່າງ: ສົມທົບກັບຊັບພະຍາກອນດ້ານອາຫານ, ຄວາມຊິນເຄີຍດ້ານອາຫານການກິນຂອງທ້ອງຖິ່ນ ແລະແນວຄິດອາຫານເພື່ອສຸຂະພາບແບບດັ້ງເດີມ, ໂຄສະນາວິຖີຊີວິດທີ່ດີຕໍ່ສຸຂະພາບ ແລະຄວາມຮູ້ດ້ານໂພສະນາການ ແລະສຸຂະພາບຢ່າງກວ້າງຂວາງ. ຈັດຕັ້ງປະຕິບັດໂຄງການບໍລິຫານສຸຂະພາບຂອງຜູ້ອາຍຸສູງໃນຂອດບໍລິການສາທາລະນະສຸກຂັ້ນພື້ນຖານແຫ່ງຊາດ, ຊອກຮູ້ຄວາມຊິນເຄີຍດ້ານຊີວິດການເປັນຢູ່ຂອງຜູ້ອາຍຸສູງ, ຄື: ອາຫານການກິນເປັນຕົ້ນ, ສົມທົບກັບການກວດກາສຸຂະພາບ, ໃຫ້ການຊີ້ນຳດ້ານອາຫານການກິນທີ່ດີຕໍ່ສຸຂະພາບທີ່ມີເປົ້າໝາຍ, ຫຼຸດຜ່ອນຄວາມສ່ຽງທີ່ເປັນພະຍາດຍ້ອນໂພສະນາການ. ຕັ້ງໜ້າຊຸກຍູ້ຈັດຕັ້ງປະຕິບັດການບໍລິການຮັກສາສຸຂະພາບ, ປົ່ນປົວພະຍາດ ແລະຟື້ນຟູສຸຂະພາບຂອງຜູ້ອາຍຸສູງ, ສະໜອງບໍລິການໃຫ້ຄຳແນະນຳດ້ານການປັບປຸງໂພສະນາການ ແລະບໍລິການປິ່ນປົວພະຍາດ ແລະຟື້ນຟູສຸຂະພາບໃຫ້ແກ່ຜູ້ທີ່ມີອາຍຸ 65 ປີ ແລະ65ປີຂຶ້ນໄປ. ປຸກລະດົມກຸ່ມເຂດຊຸມຊົນ ແລະອົງການເບິ່ງແຍງດູແລຜູ້ອາຍຸສູງຄັດເລືອກຫ້ອງອາຫານດ້ານໂພສະນາການ ແລະສຸຂະພາບ, ເພື່ອສ້າງສະພາບແວດລ້ອມທີ່ດີດ້ານການສຶກສາໂພສະນາການ ແລະສຸຂະພາບ.