ທ່ານໄດ້ສະເໜີ ແນວ​ຄວາມ​ຄິດ“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”

2022-10-24 18:21:30 cri


ບ້ານອີຊຸ່ນແມ່ນບ້ານພູນ້ອຍແຫ່ງໜຶ່ງຢູ່ແຂວງເຈີ້ຈ່ຽງພາກຕາເວັນອອກຂອງຈີນ. ໃນຊຸມປີ 1990, ຊາວບ້ານໄດ້ສ້າງໂຮງງານຊີມັງຂຶ້ນເພື່ອສ້າງຄວາມຮັ່ງມີ. ໃນໄລຍະນັ້ນ, ຢູ່ແຫ່ງນັ້ນໄດ້ເຫັນສຽງລະເບີດເພື່ອຂຸດຫີນແຮ່ ແລະ ສຽງນັນແຊວຂອງເຄື່ອງຈັກ. ການເປີດໂຮງງານໄດ້ເຮັດໃຫ້ຊາວບ້ານຮັ່ງມີຂຶ້ນ, ແຕ່ໄດ້ສ້າງມົນລະພິດໃຫ້ແກ່ນ້ຳຫ້ວຍ ແລະ ອາກາດ.


ປີ 2003 ຄື ປີທີ 2 ທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເລຂາຄະນະພັກແຂວງເຈີ້ຈ່ຽງ, ທ່ານໄດ້ລົງມືປັບປຸງສິ່ງແວດລ້ອມຂອງທົ່ວແຂວງ, ບ້ານອີຊຸ່ນໄດ້ປິດແຮ່ຫີນ 3 ແຫ່ງ ແລະ ໂຮງງານຊີມັງ 1 ແຫ່ງ.


ແຕ່ປະຊາຊົນຈະຫາເງິນຈາກທາງໃດ, ບັນຫານີ້ເຮັດໃຫ້ພະນັກງານບ້ານອີຊຸນເຈັບຫົວທີ່ສຸດ.


ຮູບເທິງ: ບ້ານອີຊຸ່ນໃນສະຕະຫວັດແລ້ວນີ້

ຮູບລຸ່ມ: ບ້ານອີຊຸ່ນໃນປີ 2018

 

ວັນທີ 15 ສິງຫາປີ 2005, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານອີຊຸ່ນ.


ທ່ານປ້າວຊິ່ນມິງ ຜູ້ຮັບຜິດຊອບຂອງບ້ານອີຊຸ່ນໄດ້ລາຍງານວຽກງານຕໍ່ທ່ານສີຈິ້ນຜິງວ່າ: “ໂດຍຜ່ານການເປິກສາຫາລືກັນ, ຈຶ່ງໄດ້ຕັດສິນປິດບໍ່ແຮ່ ໂຮງງານຊີມັງ ແລະ ໂຮງງານອຸດສາຫະກຳເຄມີ.”

ທ່ານສີຈິ້ນຜິງຖາມວ່າ: “ໂຮງງານຊີມັງ ແລະ ໂຮງງານອຸດສາຫະກຳເຄມີມີລາຍຮັບຫຼາຍເທົ່າໃດໃນປີໜຶ່ງ?”

 “ຫຼາຍລ້ານຢວນ.”

 “ເປັນຫຍັງຈຶ່ງໄດ້ປິດໂຮງງານເຫຼົ່ານີ້?”

 “ມີມົນລະພິດໜັກໜ່ວງເກີນໄປ. ບ້ານອີຊຸ່ນພວກເຮົາຢູ່ຍ່ານເໜືອຂອງຫ້ວຍນ້ຳສາຍໜຶ່ງ, ນ້ຳເປື້ອນຈາກບໍ່ແຮ່ ແລະ ໂຮງງານໄດ້ສ້າງຜົນກະທົບຮ້າຍແຮງຕໍ່ກຸ່ມບ້ານ ແລະ ປະຊາຊົນຢູ່ຍ່ານໃຕ້. ໃນຊຸມປີມໍ່ໆມານີ້, ຍ້ອນການຂຸດບໍ່ແຮ່ ຜະລິດຊີມັງ, ເກີດມີຂີ້ຝຸ່ນປົກຫຸ້ມໄວ້ຕະຫຼອດປີ, ປະຊາຊົນເໝືອນກັບດຳລົງຊີວິດໃນຄຸກທີ່ມີສານພິດ, ເຖິງວ່າໄດ້ມີລາຍຮັບໜ້ອຍໜຶ່ງກໍໄດ້ຈ່າຍຄ່າປີ່ນປົວໄປໝົດ.”

 

ທ່ານສີຈິ້ນຜິງຖາມຕໍ່ວ່າ: “ໃນມື້ໜ້າ ຊາວບ້ານຈະຫາເງິນຈາກທາງໃດ?”

 “ພວກເຮົາພວມພັດທະນາການທ່ອງທ່ຽວ, ມີສອງສາມຄອບຄົວໃນບ້ານໄດ້ເປີດການບໍລິການທ່ອງທ່ຽວແບບໂຮມສະເຕ, ມີລາຍຮັບດີ”


ໃນເວລານັ້ນ, ການທ່ອງທ່ຽວຢູ່ບ້ານອີຊຸ່ນຢູ່ໃນໄລຍະເບື້ອງຕົ້ນ, ລາຍຮັບຂອງປະຊາຊົນຍັງບໍ່ທໍ່ຕອນເປີດບໍ່ແຮ່ ແລະໂຮງງານ. ເມື່ອເບິ່ງຂອບເຂດທົ່ວປະເທດຈີນແລ້ວ, ແຫ່ງຕ່າງໆພວມເລັ່ງລັດພັດທະນາເສດຖະກິດ, ຈັງຫວະເຕີບໂຕຂອງGDP ແມ່ນຄາດໝາຍສຳຄັນໃນການປະເມີນຜົນງານຂອງອົງການປົກຄອງທຸກຂັ້ນ.


ທ່ານສີຈິ້ນຜິງຕອບດ້ວຍຮອຍຍິ້ມວ່າ: “ພວກສະຫາຍປິດບໍ່ແຮ່ ແລະ ໂຮງງານ ແມ່ນມາດຕະການທີ່ສະຫຼາດ! ໃນເມື່ອກ່ອນພວກເຮົາວ່າ ຕ້ອງເອົາພູຂຽວນ້ຳໃສ ທັງເອົາພູເງິນພູຄຳພ້ອມກັນ. ທີ່ຈິງແລ້ວ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳນັ້ນເອງ.


ທ່ານສີຈິ້ນຜິງເວົ້າຕໍ່ວ່າ: “ຕ້ອງຍຶດໝັ້ນເດີນຕາມເສັ້ນທາງຂອງຕົນ,ເມື່ອໄດ້ສິ່ງໜຶ່ງກໍອາດຈະເສຍສິ່ງອື່ນ.. ຕ້ອງເດີນຕາມເສັ້ນທາງທີ່ພັດທະນາແບບຍືນຍົງ, ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ.”


ປີ 2019, ບ້ານອີຊຸ່ນໄດ້ດຶງດູດນັກທ່ອງທ່ຽວຈາກແຫ່ງຕ່າງໆຂອງທົ່ວປະເທດ

 

ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ໃຫຄຳຊີ້ນຳຕໍ່ການພັດທະນາຂອງບ້ານອີຊຸ່ນໃນອະນາຄົດ, ໂດຍກ່າວວ່າ, ເມືອງອ່ານຈີທີ່ບ້ານອີຊຸ່ນສັງກັດນັ້ນແມ່ນມີທ່າແຮງຫຼາຍ, ໄປຕົວເມືອງໃຫຍ່ຕ່າງໆ ເຊັ່ນຊຽງໄຮ ຮັງໂຈ່ ແລະ ຊຸ່ໂຈ່ ໃຊ້ເວລາເດີນທາງພຽງແຕ່ຊົ່ວໂມງໜຶ່ງຫາ 2 ຊົ່ວໂມງເທົ່ານັ້ນ. ຕ້ອງກຳແໜ້ນໂອກາດເພື່ອພັດທະນາການທ່ອງທ່ຽວໃຫ້ດີ.


ຫຼັງຈາກນັ້ນ 9 ມື້, ທ່ານສີຈິ້ນຜິງໄດ້ເຜີຍແຜ່ບົດວິຈານ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໃນໜັງສືພິມລາຍວັນເຈີ້ຈ່ຽງ, ໂດຍມີເນື້ອໃນລະບຸວ່າ: ແຂວງເຈີ້ຈ່ຽງມີທ່າແຮງດ້ານນິເວດ, ຖ້າສາມາດຫັນປ່ຽນມາເປັນທ່າແຮງດ້ານກະສິກຳນິເວດ, ອຸດສາຫະກຳນິເວດ ແລະການທ່ອງທ່ຽວນິເວດ, ພູຂຽວນ້ຳໃສກໍຈະກາຍເປັນພູເງິນພູຄຳ. ພູຂຽວນ້ຳໃສສາມາດສ້າງ ພູເງິນພູຄຳໄດ້, ແຕ່ພູເງິນພູຄຳພັດບໍ່ສາມາດຊື້ພູຂຽວນ້ຳໃສໄດ້.


ບໍ່ແຮ່ບ່ອນເກົ່າຂອງບ້ານອີຊຸ່ນ

 

ທ່ານສີຈິ້ນຜິງເຫັນວ່າ, ຊັບພະຍາກອນທຳມະຊາດແມ່ນຊັບພະຍາກອນອັນລ້ຳຄ່າທີ່ສຸດ, ການພັດທະນາເສດຖະກິດບໍ່ຄວນຖືການເສຍຫາຍສິ່ງແວດລ້ອມເປັນຄ່າຊົດເຊີຍ. ຫຼັງຈາກການຄົ້ນຄວ້າຢ່າງເຕັມສ່ວນ, ທ່ານສີຈິ້ນຜິງເຫັນວ່າ, ຖ້າບໍ່ໄດ້ປ່ຽນແປງຮູບການເຕີບໂຕດ້ານເສດຖະກິດຢ່າງເຖິງກົກເຖິງຮາກ, , ການເຕີບໂຕດ້ວຍຈັງຫວະສູງຈະເຮັດໃຫ້ການສິ້ນເປືອງຊັບພະຍາກອນ ແລະ ຍອດປະລິມານລະບາຍມົນລະພິດເພີ່ມຂຶ້ນຢ່າງວ່ອງໄວ, ໃນທີ່ສຸດຈະກະທົບເຖິງການພັດທະນາແບບຍືນຍົງຂອງເສດຖະກິດສັງຄົມ.


ວັນທີ 30 ມີນາປີ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດວຽກງານຢູ່ບ້ານອີຊຸ່ນອີກເທື່ອໜຶ່ງ.


ຢູ່ບ້ານອີຊຸ່ນມີທຳມະຊາດອັນສວຍງາມ, ແຕ່ລະຄອບຄົວໄດ້ສ້າງເຮືອນງາມຕາ, ບ່ອນເກົ່າຂອງໂຮງງານຊີມັງໄດ້ກາຍເປັນສວນກະສິກຳຫຼາກຫຼາຍສີສັນ.

ຊາວບ້ານບອກທ່ານສີຈິ້ນຜິງວ່າ: “ປີກາຍນີ້ ລາຍຮັບສະເລ່ຍຕໍ່ຫົວຄົນມີ 5 ໝື່ນຢວນແລ້ວ”  “ສິ່ງແວດລ້ອມດີ, ຜູ້ເຖົ້າສຸຂະພາບກໍເຂັ້ມແຂງ” “ປີກ່ອນຂ້ອຍກັບມາເປີດເຮືອນພັກແບບໂຮມສະເຕ, ມີລາຍຮັບຫຼາຍກວ່າຕອນເຮັດວຽກຢູ່ຕ່າງຖິ່ນ”.


ທິວທັດຢູ່ສວນປູກຊາຢູ່ເມືອງອ່ານຈີແຂວງເຈີ້ຈ່ຽງ

 


ປັດຈຸບັນ, ແນວຄວາມຄິດທີ່ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໄດ້ກາຍເປັນແຜນນະໂຍບາຍອັນສຳຄັນທີ່ຊີ້ນຳການອະນຸລັກສິ່ງແວດລ້ອມ ແລະ ພັດທະນາເສດຖະກິດຂອງຈີນ, ເຊິ່ງໄດ້ຮັບໝາກຜົນອັນພົ້ນເດັ່ນໃນທົ່ວປະເທດຈີນ.