ການພັດທະນາຂອງຈີນຈະເພີ່ມພະລັງທາງບວກໃຫ້ກັບໂລກ

2022-10-24 14:33:00 CRI

ບຸກຄົນທີ່ມີຊື່ສຽງຢູ່ໃນສາກົນກ່າວວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນແມ່ນກອງປະຊຸມທີ່ມີຄວາມສຳຄັນເປັນຢ່າງຍິ່ງ, ພັກຄອມມູນິດຈີນຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ຈະນຳມາສູ່ອະນາຄົດແຫ່ງການພັດທະນາທີ່ດີກວ່າເກົ່າ, ພ້ອມທັງເຊື່ອໝັ້ນວ່າ ການພັດທະນາຂອງຈີນ ຈະເພີ່ມພະລັງທາງບວກຫຼາຍກວ່າເກົ່າໃຫ້ກັບໂລກ.



 

ທ່ານສົສ ຢາຣາ ຮອງປະທານຜູ້ທີ1 ຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍກ່າວວ່າ: ຂ້າພະເຈົ້າເຫັນວ່າ, ເຖິງວ່າສະພາບການສາກົນມີຄວາມສັບສົນກໍຕາມ, ແຕ່ປະເທດຈີນທີ່ປຽບເໝືອນກຳປັ່ນລຳໃຫຍ່ຍັງຄົງກ້າວເດີນຢ່າງໜັກແໜ້ນ, ຂ້າພະເຈົ້າເຫັນໄດ້ວ່າ ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ ປະຊາຊົນຈີນພວມບຸກບືນກ້າວໄປສູ່ການຫັນເປັນຄວາມທັນສະໄໝແບບຈີນ.


 

ທ່ານໂຣເບີດ ເຮັກສ໌ ຜູ້ຕາງໜ້າການາດາໃນສະຖາບັນຊິວເລີກ່າວວ່າ, ຫຼາຍປະເທດ ແລະ ອົງການຈັດຕັ້ງຢູ່ໃນໂລກເຫັນວ່າ ແນວຄວາມຄິດ “ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ສະເໜີໂດຍຈີນແມ່ນມີແຮງຈູງໃຈຫຼາຍ. ຂ້າພະເຈົ້າເຫັນວ່າ ຈີນມີອະນາຄົດແຫ່ງການພັດທະນາດີທີ່ສຸດ, ເພາະວ່າຈີນໃຫ້ຄວາມສຳຄັນຕໍ່ການເພີ່ມທະວີຄວາມສຸກໃຫ້ກັບປະຊາຊົນ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ, ການພັດທະນາຂອງຈີນຈະອຳນວຍໂອກາດການພັດທະນາໃຫ້ກັບປະເທດອື່ນໆ.