ທ່ານ ຫງວຽນຟູຈອງ ຈະເດີນທາງໄປຢ້ຽມຢາມຈີນ

2022-10-25 15:41:55 cri

    ວັນທີ 25 ຕຸລານນີ້, ທ່ານຮູຈ້າວມີງ ໂຄສົກຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ແຈ້ງໃຫ້ຮູ້ວ່າ: ໂດຍຕາມຄຳເຊີນຂອງທ່ານສີຈີ້ນຜີງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດ ປະທານປະເທດຈີນ, ທ່ານ ຫງວຽນຟູຈອງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຫວຽດນາມຈະເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການແຕ່ວັນທີ 30 ຕຸລານີ້ ຫາ ວັນທີ 2 ພະຈິກທີ່ຈະມາເຖິງ.