
ວັນທີ 24 ຕຸລານີ້, ຜົນການເລືອກຕັ້ງຜູ້ນຳພັກອະນຸລັກນິຍົມເຊິ່ງເປັນພັກກຳອຳນາດຂອງອັງກິດປາກົດວ່າ ໃນຖານະເປັນຜູ້ສະຫມັກຮັບເລືອກຕັ້ງພຽງຜູ້ດຽວ, ທ່ານຣີຊີ ຊູນັກ ອະດີດລັດຖະມົນຕີກະຊວງການເງິນໄດຮັບເລືອກຕັ້ງເປັນຜູ້ນຳພັກອະນຸລັກນິຍົມຄົນໃຫມ່, ທ່ານຈະເຂົ້າປ່ຽນແທນນາງອີລີຊາເບດ ທຣັສ ທີ່ຂຶ້ນຮັບຕຳແຫນ່ງພຽງ 45 ວັນກໍລາອອກຈາກຕຳແຫນ່ງນັ້ນ ກາຍເປັນນາຍົກລັດຖະມົນຕີອັງກິດຄົນໃຫມ່ ແລະ ຂຶ້ນຮັບຕຳແຫນ່ງໃນວັນທີ 25 ຕຸລານີ້ຕາມເວລາທ້ອງຖິ່ນ.
ທ່ານຊູນັກປີນີ້ອາຍຸ 42 ປີ ເປັນນາຍົກລັດຖະມົນຕີເຊື້ອສາຍອາຊີຜູ້ທຳອິດຂອງອັງກິດ, ທ່ານກໍ່ແມ່ນນາຍົກລັດຖະມົນຕີອັງກິດທີ່ມີອາຍຸຕ່ຳສຸດເປັນເວລາ 200 ກວ່າປີມານີ້