ສະພາມົນຕີເອີຣົບອະນຸມັດໃຫ້ນຳໃຊ້ຮູສຽບໄຟຂອງເຄື່ອງເອເລັກໂຕຼນິກເຊັ່ນໂທລະສັບມືຖືໃຫ້ເປັນເອກະພາບກັນພາຍໃນຂອບເຂດສະຫະພາບເອີຣົບ

2022-10-25 16:48:22 cri


   ວັນທີ24ຕຸລານີ້ຕາມເວລາທ້ອງຖິ່ນ, ສະພາມົນຕີເອີຣົບອະນຸມັດວ່າ: ນັບແຕ່ປີ2024ເປັນຕົ້ນໄປ ເຄື່ອງເອເລັກໂຕຼນິກເຊັ່ນໂທລະສັບມືຖື, PAD ແລະກ້ອງຖ່າຍຮູບດີຈິຕອນເປັນຕົ້ນທີ່ຈຳໜ່າຍຢູ່ໃນຂອບສະຫະພາບເອີຣົບ ຕ້ອງນຳໃຊ້ຮູສຽບໄຟແບບ Type-C ໃຫ້ເປັນເອກະພາບກັນ,ໃນເວລາຊື້ເຄື່ອງເອເລັກໂຕຼນິກ ຜູ້ບໍລິໂພກສາມາດເລືອກທີ່ຈະຊື້ເຄື່ອງສາກໄຟຕ່າງຫາກຫຼືບໍ່.

   ອີງຕາມການຄາດຄະເນ,ມາດຕະການດັ່ງກ່າວຈະຫຼຸດຜ່ອນຂີ້ເຫຍື້ອເອເລັກໂຕຼນິກໄດ້ 11.000 ໂຕນໃນແຕ່ລະປີ.