ນາຍົກແອັດສະປາຍປະກາດວ່າປະເທດຕົນຈະເພີ່ມການລົງທຶນເຂົ້າໃນການຜະລິດລົດໄຟຟ້າ

2022-10-25 16:44:31 cri


  ວັນທີ24ຕຸລານີ້ຕາມເວລາທ້ອງຖິ່ນ,ທ່ານເພໂດຣ ຊັນເຊັສ ເປເຣັສ ຄາສເຕໂຢນ ນາຍົກລັດຖະມົນຕີແອັດສະປາຍກ່າວວ່າ: ລັດຖະບານແອັດສະປາຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜອງງົບປະມານປະມານ2ຕື້ເອີໂຣໃຫ້ວິສາຫະກິດລົດຍົນ ເພື່ອເພີ່ມການຜະລິດລົດໄຟຟ້າ.

  ທ່ານຊັນເຊັສກ່າວຕື່ມວ່າ: ລັດຖະບານແອັດສະປາຍຈະອອກແຮງຢ່າງສຸດຂີດເພື່ອເຮັດໃຫ້ຂົງເຂດຜະລິດລົດໄຟຟ້າຂອງປະເທດຕົນໄດ້ຮັບຄວາມຄືບໜ້າທີ່ໃຫຍ່ຫຼວງ. ທ່ານກ່າວຕື່ມອີກວ່າ:ບັນດາປະເທດໃນສະຫະພາບເອີຣົບຕ້ອງປົກປ້ອງຄວາມຄືບໜ້າທີ່ໄດ້ຮັບໃນການຫຼຸດຜ່ອນ ການປ່ອຍກາກບອນໃຫ້ຕ່ຳ,ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.