ຈີນບໍ່​ເອົາ​ເອົາຮູບແບບຂອງປະເທດອື່ນ ແລະ ບໍ່​ເຜິຍ​ແຜ່ຮູບແບບຂອງຈີນ

2022-10-25 10:52:10 CRI

    ວັນທີ 24 ຕຸລານີ້, ທ່ານຊຸ່ນເຢ້ຫຼີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນກ່າວວ່າ, ຈີນບໍ່ນຳເອົາຮູບແບບຂອງປະເທດອື່ນ, ເດັດດ່ຽວຄັດຄ້ານປະເທດອື່ນບັງຄັບໃຫ້ຈີນປະຕິບັດຕາມຮູບແບບຂອງຕົນ ແລະ ຈີນກໍບໍ່ເຜີຍແຜ່ຮູບແບບຂອງຕົນພ້ອມທັງ ບໍ່ຮຽກຮ້ອງໃຫ້ປະເທດອື່ນຮຽນເອົາຮູບແບບຂອງຈີນ.



    ທ່ານຊຸ່ນເຢ້ຫຼີກ່າວຕື່ມວ່າ, ຄວາມພະຍາຍາມທີ່ຄົ້ນຫາເສັ້ນທາງທັນສະໄໝທີ່ສອດຄ່ອງກັບປະເທດຕົນດ້ວຍຕົນເອງຂອງແຕ່ລະປະເທດກໍຄວນໄດ້ຮັບຄວາມເຄົາລົບ.“ຄວາມທັນສະໄໝແບບຈີນ”ຈະສະໜອງການຄັດເລືອກໃໝ່ເພື່ອໃຫ້ມວນມະນຸດບັນລຸຄວາມເປັນທັນສະໄໝ,ນີ້ແມ່ນເຈດຈຳນົງຊະນິດໜຶ່ງກ່ຽວກັບຄວາມຫຼາກຫຼາຍຂອງມວນມະນຸດ,ແມ່ນທ່າທີໃຫ້ອະລິຍະທຳຕ່າງກັນ ແລະ ປະເທດຕ່າງກັນໄດ້ແລກປ່ຽນ ແລະ ຮ່ຳຮຽນເຊິ່ງກັນແລະກັນ. ຖ້າປະຊາຄົມໂລກຍິນດີຮູ້ຈັກ ຕ້ອງການຖອດຖອນບົດຮຽນ ແລະ ວິທີຂອງຈີນ, ພວກເຮົາແມ່ນຍິນດີບອກສູ່ຟັງ ແລະ ແນະນຳຢ່າງພາວະວິໄສ, ພ້ອມກັນນັ້ນ, ປະເທດຈີນກໍຍິນດີຮູ້ຈັກ, ຄົ້ນຄວ້າ ແລະ ຖອດຖອນບົດຮຽນຂອງປະເທດອື່ນຢ່າງມີຄວາມຈິງໃຈ.