ໃນ 5 ປີຜ່ານມາ ຈັງຫວະເພີ່ມຂຶ້ນຂອງໜິ້ສິນສ.ເກົາຫຼີຄາດວ່າອາດສູງເຖິງ 2,5 ເທົ່າຂອງກຸ່ມເສດຖະກິດທີ່ພັດທະນາແລ້ວ

2022-10-25 14:29:31 CRI


    ວັນທີ 23 ຕຸລານີ້, ສື່ມວນຊົນສ.ເກົາຫຼີລາຍງານວ່າ, ອັດຕາສ່ວນໜິ້ສິນກວມລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງລັດຖະບານສ.ເກົາຫຼີເພີ່ມຂຶ້ນຢ່າງວ່ອງໄວ,ໃນເວລາ 5 ປີຜ່ານມາ, ຈັງຫວະເພີ່ມຂຶ້ນຂອງໜິ້ນສິນອາດຈະສູງເຖິງ 2,5 ເທົ່າຂອງກຸ່ມເສດຖະກິດທີ່ພັດທະນາແລ້ວ.


    ອັດຕາສ່ວນກວມ GDP ຂອງໜິ້ສິນລັດຖະບານສ.ເກົາຫຼີບັນລຸເຖິງ 40,1%ໃນປີ 2017, ສ່ວນອົງການກອງທຶນເງິນຕາສາກົນຄາດວ່າຮອດທ້າຍປີນີ້ ຕົວເລກດັ່ງກ່າວອາດຈະສູງເຖິງ 54,1%.


    ຄຽງຄູ່ກັບອັດຕາການເກີດຫຼຸດຕ່ຳລົງ ແລະ ປາກົດການທີ່ປະຊາກອນອາຍຸສູງນັບມື້ນັບຫຼາຍຂຶ້ນ, ຜູ້ເສຍອາກອນຂອງສ.ເກົາຫຼີນັບມື້ນັບໜ້ອຍລົງ ແຕ່ຜູ້ໃຊ້ເງິນອາກອນພັດນັບມື້ນັບຫຼາຍຂຶ້ນ. ລັດຖະບານສ.ເກົາຫຼີຄາດວ່າ, ຄ່າລ້ຽງດູຜູ້ເຖົ້າແຫ່ງຊາດຈະຖືກໃຊ້ໝົດໃນປີ 2056. ເພື່ອຮັບມືກັບສະພາບການນີ້,ລັດຖະບານສ.ເກົາຫຼີມີແຜນຈັດວາງແຜນການການເງິນແຫ່ງລັດທີ່ມຸ່ງໜ້າສູ່ 30 ປີຕໍ່ໜ້າໂດຍໄວ ເພື່ອບັນລຸໃຫ້ເສດຖະກິດ ແລະ ສັງຄົມປ່ຽນຮູບແບບຢ່າງສຳເລັດຜົນ,ພ້ອມທັງຮັກສາດ້ານການເງິນໃຫ້ສາມາດພັດທະນາແບບຍືນຍົງ.