ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປົກປັກຮັກສາຄ່ານິຍົມ ແລະຫຼັກການຂອງກົດບັດອົງການສະຫະປະຊາຊາດ

2022-10-25 15:55:27 cri


    ວັນທີ 24 ຕຸລານີ້ແມ່ນວັນອົງການສະຫະປະຊາຊາດ, ທັງເປັນວັນລະນຶກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 77 ປີ, ທ່ານອັນໂຕນີໂອ   ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສທ່ານທາງວິດີໂອ, ໂດຍກ່າວເນັ້ນໜັກວ່າ: ປັດຈຸບັນ, ການປົກປັກຮັກສາຄ່ານິຍົມ ແລະຫຼັກການຂອງກົດບັດອົງການສະຫະປະຊາຊາດມີຄວາມສຳຄັນຫຼາຍກວ່າທຸກໄລຍະທີ່ຜ່ານມາ.

    ທ່ານອັນໂຕນີໂອ ກູເຕີເຣັສກ່າວຕື່ມວ່າ: ຫຼັງຈາກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 77 ປີກໍຄືປັດຈຸບັນນີ້, ທົ່ວໂລກພວມຢູ່ໃນຍຸກທີ່ເຕັມໄປດ້ວຍສິ່ງທ້າທາຍ  ຄື: ການກັບຄືນມາແຜ່ລະບາດຂອງພະຍາດໂຄວິດ-19ຮອບແລ້ວຮອບເລົ່າ, ສະຖານະການດ້ານຄວາມໝັ້ນຄົງສາກົນມີຄວາມປັ່ນປ່ວນ, ເສັ້ນທາງແຫ່ງການຟື້ນຟູເສດຖະກິດຄືນໃໝ່ພົບຄວາມຫຍຸ້ງຍາກນາໆປະການ, ຄວາມສ່ຽງ ແລະວິກິດການຕ່າງໆເກີດຂຶ້ນເລື້ອຍໆ.

    ທ່ານກ່າວຕື່ມອີກວ່າ: ອົງການສະຫະປະຊາຊາດພວມຜະເຊີນກັບການທົດສອບແບບບໍ່ເຄີຍມີມາກ່ອນ, ປັດຈຸບັນ, ພວກເຮົາມີຄວາມຕ້ອງການໃນການຈັດຕັ້ງປະຕິບັດຕາມຄ່ານິຍົມ ແລະຫຼັກການຂອງກົດບັດອົງການສະຫະປະຊາຊາດຫຼາຍກວ່າທຸກໄລຍະທີ່ຜ່ານມາ.