ແກ້ໄຂບັນຫາໄຕ້ຫວັນ ແລະເຮັດໃຫ້ຈີນໂຮມເປັນເອກະພາບກັນແມ່ນໜ້າທີ່ປະຫວັດສາດທີ່ເດັດດ່ຽວໜຽວແໜ້ນຂອງພັກຄອມມູນິດຈີນ

2022-10-26 16:02:12 cri

  


    ຫ້ອງການວຽກງານໄຕ້ຫວັນລັດຂອງຖະບານຈີນໄດ້ຈັດກອງປະຊຸມກະແຫຼງຂ່າວ ໃນວັນທີ 26 ຕຸລານີ້, ມີນັກຂ່າວຖາມວ່າ:  ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຮັບຮອງເອົາ “ກົດລະບຽບພັກຄອມມູນິດຈີນສະບັບປັບປຸງ”, ໂດຍໄດ້ບັນທຶກເອົາການຄັດຄ້ານ“ການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ” ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”. ທ່ານມີຄວາມເຫັນແນວໃດຕໍ່ເລື່ອງນີ້.

    ທ່ານມາສຽວກວ່າງ ໂຄສົກຫ້ອງການວຽກງານໃຕ້ຫວັນຂອງລັດຖະບານຈີນກ່າວວ່າ, ການແກ້ໄຂບັນຫາໄຕ້ຫວັນ ແລະເຮັດໃຫ້ປະເທດຊາດໂຮມເປັນເອກະພາບກັນນັ້ນແມ່ນ ໜ້າທີ່ປະຫວັດສາດທີ່ເດັດດ່ຽວໜຽວແໜ້ນຂອງພັກຄອມມູນິດຈີນ. ເພື່ອເລື່ອງນີ້, ພັກຄອມມູນິດຈີນພວກເຮົາໄດ້ສູ້ຊົນຢ່າງບໍ່ລົດລະເປັນເວລາຍາວນານ, ໄດ້ວາງ ແລະຈັດຕັ້ງປະຕິບັດທິດທາງນະໂຍບາຍກ່ຽວກັບໄຕ້ຫວັນທີ່ພັດທະນາໄປພ້ອມກັບຍຸກສະໄໝ, ອອກແຮງຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນພັດທະນາໂດຍສັນຕິ ແລະເຊື່ອມໂຍງເຂົ້າກັນ, ຊຸກຍູ້ຂະບວນການໂຮມປະເທດຊາດເຂົ້າເປັນເອກະພາບກັນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ເພີ່ມເນື້ອໃນທີ່ເດັດດ່ຽວຄັດຄ້ານ ແລະສະກັດກັ້ນ “ການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”ເຂົ້າໃນ“ກົດລະບຽບພັກຄອມມູນິດຈີນ” ໄດ້ສະແດງໃຫ້ເຫັນເຖິງຈິດໃຈຂອງທົ່ວພັກຄອມມູນິດຈີນ ແລະຄວາມຫວັງຂອງປະຊາຊົນຈີນ.