ຂ່່າວສານ ຊີນຮວາ ອອກບົດຄວາມພິເສດໂດຍໄດ້ເປີດເຜີຍລາຍລະອຽດໃນການບໍລິຫານລັດຂອງຜູ້ນໍາສູງສຸດຂອງຈີນ

2022-10-26 17:30:12 CRI


    ວັນທີ 25 ຕຸລານີ້, ສໍານັກຂ່າວສານ ຊີນຮວາ ທີ່ເປັນສໍານັກຂ່າວສານທາງການຂອງຈີນໄດ້ອອກບົດຄວາມທີ່ພາດຫົວຂໍ້ວ່າ “ທ່ານ ສີຈິ້ນຜິງ-ຜູ້ນໍາທາງໃນຂະບວນການອອກເດີນທາງຄັ້ງໃໝ່” ໂດຍໄດ້ເປີດເຜີຍລາຍລະອຽດໃນການບໍລິຫານລັດ ແລະການດໍາລົງຊີວິດຂອງທ່ານ ໃນຖານະເປັນຜູ້ນໍາສູງສຸດຂອງຈີນ, ພ້ອມດຽວກັນນີ້, ບົດຄວາມຍັງໄດ້ອະທິບາຍພື້ນຖານແນວຄວາມຄິດ ແລະທິດສະດີຂອງທ່ານໃນ ການປົກຄອງປະເທດ ແລະການຄຸ້ມຄອງລັດຕື່ມອີກ.



    ບົດຄວາມໄດ້ລະບຸວ່າ: ທ່ານ ສີຈິ້ນຜິງ ເປັນເລຂາທິການໃຫຍ່ຄະນະກໍາມະການສູງກາງພັກຄອມມູນິດຈີນ ຜູ້ທໍາອິດທີ່ເກີດພາຍຫຼັງການສະຖາປະນາຂອງ ສ.ປ. ຈີນ. ໃນເວລາທີ່ທ່ານດໍາລົງຕໍາແໜ່ງເມື່ອ 10 ປີກ່ອນ, ເຖິງວ່າ ຈີນ ໄດ້ກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບທີສອງຂອງໂລກແລ້ວກໍຕາມ, ແຕ່ໄດ້ປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ບັນຫາການສໍ້ລາດບັງຫຼວງ, ມົນລະພິດຕໍ່ສິ່ງແວດລ້ອມ, ການແຍກກັນລະຫວ່າງຄົນທຸກ ແລະຄົນມີ ແລະອື່ນໆ, ທ່ານ ສີຈິ້ນຜິງ ໄດ້ຈັດຕັ້ງປະຕິບັດທິດທາງຍຸດທະສາດທີ່ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ໂດຍໄດ້ເສີມຂະຫຍາຍບົດບາດອັນສໍາຄັນໃນການປັບປຸງພັກກໍາອໍານາດໃຫ້ດີຂຶ້ນຄືນໃໝ່; ທ່ານໄດ້ສະເໜີວ່າ: ປະຊາທິປະໄຕຂອງຈີນ ເປັນປະຊາທິປະໄຕໃນທົ່ວຂັ້ນຕອນ ແລະແມ່ນໃຊ້ເພື່ອແກ້ໄຂບັນຫາທີ່ປະຊາຊົນຕ້ອງການແກ້ໄຂ, ແຕ່ບໍ່ແມ່ນ ປະຊາທິປະໄຕທີ່ເປັນພຽງແຕ່ຮູບການເທົ່ານັ້ນ ທີ່ຖືກນໍາໃຊ້ໃນເວລາຕ້ອງການລົງຄະແນນສຽງ ແລະເຊົາໃຊ້ພາຍຫຼັງສໍາເລັດການລົງຄະແນນສຽງ; ໃນຖານະທີ່ເປັນປະທານປະເທດແຫ່ງ ສ.ປ. ຈີນ ຜູ້ທໍາອິດທີ່ໄດ້ສາບານຕົວຕໍ່ໜ້າລັດຖະທໍາມະນູນ, ການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານທີ່ທ່ານຊຸກຍູ້ນັ້ນ ເປັນການປະຕິວັດຢ່າງເລິກເຊິ່ງໃນການບໍລິຫານປະເທດ; ທ່ານໄດ້ຍຶດໝັ້ນຈຸດປະສົງແຫ່ງ ການພັດທະນາຕ້ອງຖືປະຊາຊົນເປັນໃຈກາງ, ໂດຍໄດ້ສະເໜີແນວຄວາມຄິດ ການພັດທະນາແບບໃໝ່ທີ່ ປະດິດສ້າງ, ກົມກຽວກັນ, ສີຂຽວ, ເປີດກວ້າງ ແລະຊົມໃຊ້ຮ່ວມກັນ ເພື່ອຊຸກຍູ້ການບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ.



    ບົດຄວາມໄດ້ພັນລະນາເຖິງຄວາມທໍລະຫົດອົດທົນ, ຄວາມກ້າຫານ ແລະຄວາມເຂັ້ມແຂງຂອງທ່ານ ສີຈິ້ນຜິງ ໃນເວລາຮັບມືກັບຄວາມສ່ຽງ ແລະສິ່ງທ້າທາຍຈາກພາຍໃນ ແລະຕ່າງປະເທດ ດ້ວຍຂໍ້ມູນລະອຽດເປັນຈໍານວນຫຼວງຫຼາຍ; ທັງໄດ້ຫວນຄືນການຢ້ຽມຢາມຕ່າງປະເທດ, ການເຂົ້າຮ່ວມກອງປະຊຸມລະດັບສາກົນ ລວມທັງການຊຸກຍູ້ຂໍ້ລິເລີ່ມ ແລະມາດຕະການຕ່າງໆເພື່ອແກ້ໄຂບັນຫາສາກົນຂອງທ່ານ ໂດຍຊີ້ອອກວ່າ: ທ່ານຊົມເຊີຍຄວາມຫຼາກຫຼາຍຂອງອະລິຍະທໍາຂອງມວນມະນຸດ ແລະສົ່ງເສີມອະລິຍະທໍາຕ່າງໆຂອງໂລກ; ຂໍ້ລິເລີ່ມ ປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະເໜີໂດຍທ່ານ ໄດ້ຖືກບັນທຶກໄວ້ຢູ່ໃນກົດລະບຽບຂອງພັກຄອມມູນິດຈີນ ແລະລັດຖະທໍາມະນູນຂອງຈີນ, ພ້ອມດຽວກັນນີ້, ຍັງໄດ້ຖືກບັນທຶກໄວ້ໃນເອກະສານສໍາຄັນຂອງອົງການສະຫະປະຊາຊາດນໍາອີກ.


    ບົດຄວາມໄດ້ຊີ້ໃຫ້ເຫັນວ່າ: ຕາມແຜນການພັດທະນາທີ່ທ່ານ ສີຈິ້ນຜິງ ວາງອອກ, ເມື່ອຮອດປີ 2035, ຈີນໃນຖານະທີ່ເປັນປະເທດພວມພັດທະນາທີ່ໃຫຍ່ກວ່າໝູ່ຂອງໂລກ ຈະບັນລຸຄວາມທັນສະໄໝໂດຍພື້ນຖານຢ່າງສໍາເລັດຜົນ ເຊິ່ງໝາຍຄວາມວ່າ ຈະມີປະເທດທີ່ມີປະຊາກອນຈໍານວນ 1 ຕື້ກວ່າຄົນກ້າວເຂົ້າສູ່ຄວາມທັນສະໄໝເປັນຄັ້ງທໍາອິດໃນປະຫວັດສາດຂອງມວນມະນຸດ. ຈີນໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງໃນຂະບວນການຫັນເປັນທັນສະໄໝຂອງໂລກດ້ວຍຮູບແບບທີ່ມີເອກະລັກພິເສດຂອງຕົນ ເຊິ່ງນີ້ເປັນການປະກອບສ່ວນທີ່ຍິ່ງໃຫຍ່ທີ່ສຸດຂອງພັກຄອມມູນິດຈີນ ທີ່ມີຕໍ່ພາລະກິດຄວາມກ້າວໜ້າຂອງມວນມະນຸດ.



    ສຸດທ້າຍ, ບົດຄວາມໄດ້ຊີ້ໃຫ້ເຫັນວ່າ: ຂະບວນການໃໝ່ແຫ່ງການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນ, ກໍຄືການຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງໂດຍທົ່ວໄປ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງ  ກວມລວມ ແລະສະອາດສວຍງາມນັ້ນ, ໄດ້ເລີ່ມຕົ້່ນເປັນທີ່ຮຽບຮ້ອຍແລ້ວ.