ຝຣັ່ງຈະຂຸດຄົ້ນບໍ່ແຮ່ລີຊຽມແຫ່ງທຳອິດ

2022-10-26 15:11:43 cri


    ສື່ມວນຊົນຝຣັ່ງລາຍງານໃນວັນທີ 25 ຕຸລານີ້ຕາມເວລາທ້ອງຖິ່ນວ່າ: ຝຣັ່ງຈະຂຸດຄົ້ນບໍ່ແຮ່ລີຊຽມແຫ່ງທຳອິດຂອງຝຣັ່ງ, ຈະພະຍາຍາມສະໜອງຖ່ານລີຊຽມໃຫ້ແກ່ລົດ 7 ແສນຄັນໃນແຕ່ລະປີ. 

    ຕາມຂ່າວລາຍງານວ່າ: ນອກຈາກວ່າໄດ້ລົງທຶນ 30 ລ້ານເອີໂຣເຂົ້າໃນການຄົ້ນຄວ້າແລ້ວ, ໂຄງການດັ່ງກ່າວຍັງຕ້ອງລົງທຶນຢ່າງໜ້ອຍ 1 ຕື້ເອີໂຣ, ພາຍຫຼັງສຳເລັດການປະເມີນ ແລະທົດລອງດ້ານອຸດສາຫະກຳແລ້ວ, ຈະເລີ່ມການຜະລິດໃນຕົ້ນປີ 2028, ໂຄງການດັ່ງກ່າວຈະສ້າງວຽກເຮັດງານທຳ 1000 ກວ່າຕຳແໜ່ງໃນອີກບໍ່ດົນນີ້.