ວັນທີ 25 ຕຸລານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ວັນທີ 25 ຕຸລາປີ 1971, ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 26 ໄດ້ຜ່ານມະຕິເລກທີ 2758, ມະຕິດັ່ງກ່າວໄດ້ກຳນົດ ຢ່າງແຈ່ມແຈ້ງວ່າ:ລັດຖະບານສ.ປ.ຈີນແມ່ນລັດຖະບານຊອບດ້ວຍກົດໝາຍພຽງໜຶ່ງດຽວໃນສາກົນຂອງທົ່ວປະເທດຈີນ ເຊິ່ງລວມທັງໄຕ້ຫວັນ. ຫຼັກການປະເທດຈີນດຽວກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍທົ່ວໄປ ແລະ ຫຼັກການພື້ນຖານຂອງການພົວພັນລະຫວ່າງຊາດຂອງປະຊາຄົມໂລກ.

ທ່ານວ່າງເວີນປິ່ນຊີ້ອອກວ່າ: ຫຼາຍປີມໍ່ໆມານີ້, ອິດທິກຳລັງສ່ວນໜຶ່ງຂອງອາເມຣິກາປັ້ນແຕ່ງແລະເຜີຍແຜ່ຖ້ອຍຄຳທີ່ຜິດຜາດກ່ຽວກັບມະຕິເລກທີ 2758 ບໍ່ໄດ້ແກ້ໄຂບັນຫາຖານະຂອງໄຕ້ຫວັນ ໂດຍຫວັງໃຫ້ຫຼັກການປະເທດຈີນດຽວເສຍຄວາມສັກສິດ, ຍຸຍົງ ແລະ ສະໜັບສະໜູນການເຄື່ອນໄຫວແບ່ງແຍກໄຕ້ຫວັນເປັນເອກະລາດ, ໄດ້ສ້າງຜົນກະທົບທາງລົບອັນໜັກໜ່ວງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງຊ່ອງແຄບໄຕ້ຫວັນ. ການກະທຳ “ຖອຍຫຼັງກົງລໍ້” ທາງປະຫວັດສາດແບບນີ້ຍ່ອມຈະໄດ້ຮັບການສະກັດກັ້ນ ແລະ ຄັດຄ້ານຈາກປະຊາຄົມໂລກ.
ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: ມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດແມ່ນທ້າທາຍບໍ່ໄດ້,ຫຼັກການປະເທດຈີນດຽວກະທົບກະເທືອນບໍ່ໄດ້, ຈີນໂຮມເປັນເອກະພາບກັນຍ່ອມຈະບັນລຸຜົນເປັນຈິງຢ່າງແນ່ນອນ.