ກົນອຸບາຍຂອງອາເມຣິກາທີ່ແຊກແຊງວຽກງານໃນພາກພື້ນຂອງເຂດອາເມຣິກາລາຕິນ ແລະ ເຂດກະລາອິບຈະປະລາໄຊຢ່າງແນ່ນອນ

2022-10-26 16:24:38 cri

ຫວ່າງມໍ່ໆມານີ້, ທ່ານບຣູໂນ ໂຣດຣິກູດ ລັດຖະມົນຕີກະຊວງການຕ່າງປະເທດກູບາ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກູບາກຽມຈະຍື່ນຮ່າງມະຕິຮຽກຮ້ອງໃຫ້ອາເມຣິກາສິ້ນສຸດການປິດລ້ອມຕໍ່ກູບາເປັນຄັ້ງທີ 30 ໃຫ້ແກ່ສະມັດຊາໃຫຍ່ອົງການສະຫະປະຊາຊາດໃນເດືອນພະຈິກໜ້ານີ້. ມາດຕະການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາທີ່ອາເມຣິກາເລີ່ມປະຕິບັດເມື່ອປີ 1962 ໄດ້ສືບເນື່ອງມາຮອດປັດຈຸບັນ, ໃນໄລຍະ 60 ປີຜ່ານມາໄດ້ສ້າງຄວາມເສຍຫາຍດ້ານເສດຖະກິດຢ່າງຫຼວງຫຼາຍ ແລະ ໄພພິບັດດ້ານມະນຸດສະທຳຢ່າງໜັກໜ່ວງໃຫ້ແກ່ກູບາ.

ຕາມຜົນການລາຍງານດ້ານສະຖິຕິຂອງລັດຖະບານກູບາ, ອາເມຣິກາປິດລ້ອມກູບາເປັນໄລຍະ 60 ປີໄດ້ເຮັດໃຫ້ກູບາມີຄວາມເສຍຫາຍຫຼາຍກວ່າ 154,2 ຕື້ໂດລາສະຫະລັດ, ຖ້າວ່າຄິດໄລ່ຕາມປັດໄຈເງິນເຟີ້ຂອງເງິນໂດລາຕໍ່ລາຄາຄຳໃນຕະຫຼາດສາກົນ, ຄວາມເສຍຫາຍດັ່ງກ່າວຫຼາຍກວ່າ 1391,1ຕື້ໂດລາສະຫະລັດ. ການປິດລ້ອມຕໍ່ກູບາຂອງອາເມຣິກາໄດ້ກວມເຖິງທຸກຂົງເຂດ, ຈາກວັດຖຸເຊື້ອໄຟ, ສະບຽງອາຫານ, ເຄື່ອງໃຊ້ປະຈຳວັນຈົນເຖິງຢາປິ່ນປົວພະຍາດ, ສົ່ງຜົນເຮັດໃຫ້ກູບາຂາດເຂີນວັດຖຸຢ່າງໜັກໜ່ວງ, ຊີວິດການເປັນຢູ່ຂອງປະຊາຊົນທຸກຍາກລຳບາກທີ່ສຸດ. ລັດຖະບານກູບາໄດ້ເນັ້ນໜັກຫຼາຍເທື່ອແລ້ວວ່າ, ອາເມຣິກາປິດລ້ອມກູບາເປັນໄລຍະຍາວໄດ້ລະເມີດກົດໝາຍສາກົນ, ແມ່ນການເຮັດສົງຄາມເສດຖະກິດທີ່ໂຫດຮ້າຍ. ຫວ່າງມໍ່ໆມານີ້, ຂ່າວສານ ເປຼນຊາ ລາຕິນ ພິມບົດຄວາມລະບຸວ່າ: ອາເມຣິກາປິດລ້ອມກູບາແມ່ນການລ່ວງລະເມີດສິດທິມະນຸດຂອງປະຊາຊົນກູບາຢ່າງຮ້າຍແຮງ, ອາເມຣິກາບໍ່ເອົາຫົວຊາຕໍ່ສະພາບຄວາມຫຍຸ້ງຍາກຂອງປະຊາຊົນກູບາກໍຄືກັບ “ການສັງຫານທີ່ເຮັດໃຫ້ຄົນຮູ້ສຶກເຈັບແສບ.”

ປີ 1823, ທ່ານເຈມ ມອນໂຣ ປະທານາທິບໍດີອາເມຣິກາໃນຄາວນັ້ນໄດ້ປະກາດອັນທີ່ເອີ້ນວ່າ: “ລັດທິມອນໂຣ”, ແລະກ່າວວ່າ: “ທະວີບອາເມຣິກາແມ່ນທະວີບອາເມຣິກາຂອງຊາວອາເມຣິກາ”. ໃນໄລຍະດົນນານມານີ້, ອາເມຣິກາປະຕິບັດຕາມ “ລັດທິມອນໂຣ”, ຖືອາເມຣິກາລາຕິນເປັນ “ບໍລິເວນຫຼັງບ້ານ” ຂອງຕົນ, ແລະບັງຄັບໃຫ້ບັນດາປະເທດອາເມຣິກາລາຕິນປະຕິບັດຕາມຄຳສັ່ງຂອງຕົນດ້ວຍເຄື່ອງມືຕ່າງໆເຊັ່ນ: ການແຊກແຊງທາງການເມືອງ, ການຄຸ້ມຄອງທາງດ້ານເສດຖະກິດແລະອື່ນໆ. ໃນທ້າຍເດືອນນີ້, ການເລືອກຕັ້ງປະທານາທິບໍດີຂອງ ບຣາຊິນເຊິ່ງເປັນປະເທດໃຫຍ່ອັນດັບທີໜຶ່ງຂອງອາເມຣິກາລາຕິນຈະຈັດການປ່ອນບັດຄັ້ງສຸດທ້າຍ, ໃນໄລຍະໜຶ່ງປີຜ່ານມາ, ເຈົ້າໜ້າທີ່ຂັ້ນສູງອາເມຣິກາເຊັ່ນ: ທ່ານເຈກ ຊະລິວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ ແລະ ທ່ານວິລຽມ ເປີນ ຫົວໜ້າອົງການສືບຂ່າວລັບອາເມຣິກາຫຼື CIA ແລະອື່ນໆໄດ້ຢ້ຽມຢາມບຣາຊີນຕາມໆກັນ, ສະແດງໃຫ້ເຫັນເຖິງເຈດຈຳນົງຂອງລັດຖະບານອາເມຣິກາທີ່ຢາກຄອບງຳການເລືອກຕັ້ງຂອງບຣາຊິນ.

ໃນຫຼາຍປີມານີ້, ລັດທິເຈົ້າອຳນາດຂອງອາເມຣິກາໄດ້ຖືກຕຳໜິຕິຕຽນ ແລະ ຄັດຄ້ານຈາກບັນດາປະເທດອາເມຣິກາລາຕິນ. ໃນເດືອນມິຖຸນາປີນີ້, ອາເມຣິກາໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດທະວີບອາເມຣິກາອີກຄັ້ງໜຶ່ງໃນຮອບ 28 ປີ, ແຕ່ວ່າອາເມຣິກາບໍ່ໄດ້ເຊື້ອເຊີນ ປະມຸກລັດຂອງກູບາ, ເວເນຊູເອນລາ ແລະ ນີກາຣາກວາ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍຂໍ້ອ້າງ “ບັນຫາປະຊາທິປະໄຕ”, ການກະທຳດັ່ງກ່າວໄດ້ຖືກຕໍ່ຕ້ານຢ່າງກວ້າງຂວາງຈາກບັນດາປະເທດອາເມຣິກາລາຕິນ, ຜູ້ນຳຫຼາຍປະເທດອາເມຣິກາລາຕິນບໍ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ໃນທີ່ສຸດ.

ພາກພື້ນອາເມຣິກາລາຕິນ ບໍ່ແມ່ນ “ບໍລິເວນໜ້າບ້ານ” ຫຼື “ບໍລິເວນຫຼັງບ້ານ” ຂອງປະເທດໃດໜຶ່ງ, ບໍ່ມີປະເທດໃດຈະສາມາດຂັດຂວາງຄວາມປາຖະໜາຂອງປະຊາຊົນທະວີບອາເມຣິກາສະແຫວງຫາການພັດທະນາ ແລະ ຄວາມກ້າວໜ້າ, ກົນອຸບາຍຂອງອາເມຣິກາທີ່ຕັ້ງໃຈຊຸກຍູ້ “ລັດທິມອນໂຣ”, ແຊກແຊງວຽກງານໃນພາກພື້ນອາເມຣິກາລາຕິນ ແລະ ເຂດກະລາອິບຈະປະລາໄຊຢ່າງແນ່ນອນ.