ການສ້າງຂົວໃຫຍ່ຂ້າມແມ່ນ້ຳຢັງຊີກຽງ

2022-10-26 16:33:18 cri

 

    ວັນທີ 29 ທັນວາປີ 1968, ປະຊາຊົນ ພ້ອມດ້ວຍນາຍ ແລະ ພົນ ທະຫານຈຳນວນ 5 ໝື່ນກວ່າຄົນ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນ້ຳຢັງຊີກຽງ, ຈັດພິທີ ຢ່າງຟົດຟື້ນ ເພື່ອສະຫຼອງການສ້າງຂົວໃຫຍ່ແມ່ນ້ຳຢັງຊີກຽງ ນະຄອນນານກິ່ງ ໄດ້ສຳເລັດຢ່າງຮອບດ້ານ.

    ຫຼັງຈາກພິທີສະຫຼອງສິ້ນສຸດລົງແລ້ວ, ໄຟສັນຍານສີແດງໄດ້ບິນໄປສູ່ທ້ອງຟ້າ, ຄຽງຄູ່ກັບສຽງໝາກກະໂພກ ແລະ ສຽງຄ້ອງສຽງກອງ, ລົດທີ່ບັນທຸກຜູ້ຕາງໜ້າ ປະຊາຊົນນະຄອນນານກິ່ງທີ່ປະດັບປະດາຢ່າງສວຍງາມຮ້ອຍກວ່າຄັນ ໄດ້ຄ່ອຍໆ ແລ່ນຜ່ານຂົວທາງຫຼວງ. ເວລານັ້ນ, ບໍ່ວ່າທິດເໜືອ ຫຼື ທິດໃຕ້ແມ່ນ້ຳຢັງຊີກຽງ, ບໍ່ວ່າຢູ່ເທິງຂົວ ຫຼື ລຸ່ມຂົວ, ບໍ່ວ່າໃນລົດ ຫຼື ນອກລົດ, ລ້ວນແຕ່ເຕັມໄປດ້ວຍສຽງ ໄຊໂຍໂຮຮ້ອງທີ່ດັງກ້ອງສະໜັ່ນໄປທົ່ວສາລະທິດ.

    ນະຄອນນານກິ່ງຕັ້ງຢູ່ຍ່ານໃຕ້ຂອງແມ່ນ້ຳຢັງຊີກຽງ, ເປັນສະຖານທີ່ສຳຄັນ ດ້ານຄົມມະນາຄົມໃນພາກຕາເວັນອອກຂອງຈີນ, ການສ້າງຂົວໃຫຍ່ຂ້າມແມ່ນ້ຳ ຢັງຊີກຽງຢູ່ແຫ່ງນີ້ ແມ່ນຄວາມປາດຖະໜາມາແຕ່ດົນນານຂອງປະຊາຊົນຈີນ.

    ແຕ່ວ່າ, ແມ່ນ້ຳຢັງຊີກຽງຕອນນີ້ ກວ້າງຂວາງຫຼາຍ, ນ້ຳໄຫຼແຮງ, ສະພາບ ທໍລະນີສາດສັບສົນທີ່ສຸດ. ປີ 1927 ຜູ້ຊ່່ຽວຊານດ້ານການສ້າງຂົວຂອງອາເມຣິກາ ຜູ້ໜຶ່ງເຄີຍສຳຫຼວດຢູ່ນານກິ່ງ, ແລ້ວລາວເວົ້າວ່າ: ການສ້າງຂົວຢູ່ນະຄອນນານກິ່ງ ແມ່ນບໍ່ມີຄວາມອາດເປັນໄປໄດ້.

    ແຕ່ກໍ່ຢູ່ບ່ອນທີ່ “ບໍ່ມີຄວາມອາດເປັນໄປໄດ້” ແຫ່ງນີ້, ຂົວໃຫຍ່ທີ່ສ້າງດ້ວຍ ເຫຼັກກ້າຊະນິດພິເສດທີ່ຈີນຄົ້ນຄວ້າຜະລິດເອງແຫ່ງໜຶ່ງ ໄດ້ຮັບການສ້າງຈົນສຳ ເລັດ ແລະ ເປີດບໍລິການໃນປີທີ່ ສປ ຈີນສ້າງຕັ້ນຂຶ້ນຄົບຮອບ 19 ປີ.

    ການສ້າງຂົວໃຫຍ່ແຫ່ງນີ້ ໄດ້ໃຊ້ເວລາ 10 ປີ,ທ່ານ ຊົ້ງເພີຍສີ ຫົວໜ້າໜ່ວຍກໍ່ສ້າງໃນຄາວນັ້ນ ເວົ້າວ່າ: “ຄົນທັງຫຼາຍອາດຈະບໍ່ຮູ້ຄວາມລຳບາກຂອງຊາວກຳມະກອນຜູ້ສ້າງຂົວ.”

    ໃນລະດູໜາວ, ຢູ່ເທິງໜ້ານ້ຳອັນກວ້າງຂວາງ, ລົມໜາວພັດແຮງທີ່ສຸດ, ຖ້າ ເອົາມືຈັບເຫຼັກກ້າ ຜິວໜັງກໍຈະຕິດເຫຼັກກ້າໄປຊັ້ນໜຶ່ງ, ເຮັດວຽກມື້ໜຶ່ງແລ້ວ, ນິ້ວມື ກໍຈະຢຽດອອກບໍ່ໄດ້ເລີຍ.

    ໃນລະດູຮ້ອນ, ກຳມະກອນຄອນກຣີດ ຕ້ອງເຮັດວຽກຢູ່ໃນບ່ອນທີ່ອັດແຈບ ດ້ວຍແຜ່ນເຫຼັກເປັນເວລາ 7-8 ຊົ່ວໂມງຢ່າງລຽນຕິດ, ເຊິ່ງອຸນຫະພູມສູງກວ່າ ທາງນອກ 10 ອົງສາ. ເຮັດວຽກມື້ໜຶ່ງ, ຢູ່ເທິງເສື້ອຂອງເຂົາເຈົ້າ ກໍຈະເກີດຄາບ ທາດເກືອ ທີ່ໜາໆຊັ້ນໜຶ່ງ...”

    ໂດຍຜ່ານຄວາມພະຍາຍາມຮ່ວມກັນຂອງຜູ້ກໍ່ສ້າງ ແລະ ປະຊາຊົນນະຄອນ ນານກິ່ງ, ຂົວທາງລົດໄຟຂອງຂົວໃຫຍ່ແມ່ນ້ຳຢັງຊີກຽງນານກິ່ງໄດ້ສ້າງສຳເລັດ ແລະ ເປີດບໍລິການໃນວັນທີ 30 ກັນຍາປີ 1968, ສ່ວນຂົວທາງຫຼວງ ກໍໄດ້ຮັບການກໍ່ສ້າງຈົນສຳເລັດ ແລະ ເປີດບໍລິການໃນວັນທີ 29 ທັນວາປີດຽວກັນ. 

    ຂົວໃຫຍ່ແມ່ນ້ຳຢັງຊີກຽງນະຄອນນານກິ່ງ ເປັນຂົວສອງທາງ ຄື: ທາງລົດໄຟ ແລະ ທາງຫຼວງທີ່ໃຫຍ່ສຸດ ມີເຕັກນິກການກໍ່ສ້າງສັບສົນທີ່ສຸດຂອງຈີນໃນຄາວນັ້ນ ເຊິ່ງຂົວທາງຫຼວງມີຄວາມຍາວ 4.588 ແມັດ, ສ່ວນຂົວທາງລົດໄຟມີຄວາມຍາວ 6.772 ແມັດ.

    ໃນຂະບວນການສ້າງຂົວ, ນັກວິຊາການໄດ້ປະດິດສ້າງວິທີກໍ່ສ້າງອັນໃໝ່ ແລະ ເຕັກນິກໃໝ່ຫຼາຍຂໍ້, ທຸຸກຢ່າງລ້ວນແຕ່ໄດ້ບັນລຸເຖິງລະດັບຄວາມກ້າວໜ້າ ໃນໂລກສະໄໝນັ້ນ.

    ວັນທີ 15 ພຶສະພາປີ 1986, ເຕັກນິກໃໝ່ຂອງການສ້າງຂົວໃຫຍ່ແມ່ນ້ຳຢັງຊີກຽງນະຄອນນານກິ່ງ ໄດ້ຮັບລາງວັນພິເສດແຫ່ງຄວາມກ້າວໜ້າດ້ານວິທະສາດ ເຕັກໂນໂລຊີແຫ່ງຊາດຈີນ.