ການຮັກສາແລະຂະຫຍາຍການພົວພັນລະຫວ່າງສອງປະເທດແມ່ນໜ້າທີ່ຮ່ວມກັນຂອງຈີນແລະອັງກິດ

2022-10-26 10:39:38 CRI



    ວັນທີ 25 ຕຸລານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຈີນຕີລາຄາແນວໃດຕໍ່ທ່ານຣີຊີ ຊູນັກ ຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີອັງກິດຜູ້ໃໝ່?


     ທ່ານວ່າງເວີນປິ່ນກ່າວວ່າ: ຫຼັກໝັ້ນຂອງຈີນຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ ກັບ ອັງກິດແມ່ນສະເໝີຕົ້ນສະເໝີປາຍ ແລະ ແຈ່ມແຈ້ງທີ່ສຸດ. ການຮັກສາ ແລະ ຂະຫຍາຍການພົວພັນລະຫວ່າງສອງປະເທດແມ່ນໜ້າທີ່ຮ່ວມກັນຂອງຈີນ ແລະ ອັງກິດ, ສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ.


    ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: ຈີນຫວັງຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ ກັບ ອັງກິດກ້າວໄປຂ້າງໜ້າຕາມເສັ້ນທາງທີ່ຖືກຕ້ອງ ບົນພື້ນຖານສອງປະເທດເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.