ເສດຖະກິດຈີນທີ່ມີທ່ວງທ່າການພັດທະນາທີ່ດີຈະສ້າງໂອກາດໃຫ້ແກ່ໂລກຫຼາຍກວ່າເກົ່າດ້ວຍການພັດທະນາຂອງຕົນ

2022-10-26 11:09:04 cri

ຕາມສະຖິຕິທີ່ເປີດເຜີຍໂດຍອົງການສະຖິຕິແຫ່ງຊາດຈີນໃນວັນທີ 24 ຕຸລານີ້ສະແດງໃຫ້ເຫັນວ່າ: ຕາມຂໍ້ມູນເບື້ອງຕົ້ນ, ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນ 3 ໄຕມາດທຳອິດຂອງປີ 2022 ນີ້ ມີເຖິງ 87.026,9 ຕື້ຢວນ ເຊິ່ງໄດ້ເພີ່ມຂຶ້ນ 3,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນເສດຖະກິດຈີນໃນໄຕມາດທີ 3 ໄດ້ຮັບການຟື້ນຟູ ແລະມີທ່ວງທ່າການພັດທະນາທີ່ດີ ເຊິ່ງດີກວ່າໄຕມາດທີ 2 ຢ່າງຫຼວງຫຼາຍ. ນັບແຕ່ຕົ້ນປີ 2022 ນີ້ເປັນຕົ້ນມາ, ເສດຖະກິດແຫ່ງຊາດຈີນໄດ້ສືບຕໍ່ຟື້ນຕົວໂດຍຜ່ານຜ່າຄວາມກົດດັນຕ່າງໆ, ຄວາມຕ້ອງການດ້ານການຜະລິດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ການປະກອບອາຊີບ ແລະລາຄາສິນຄ້າມີຄວາມໝັ້ນທ່ຽງໂດຍລວມ, ການຄ້ຳປະກັນດ້ານຊີວິດການເປັນຢູ່ຂອງປະຊາຊົນມີຄວາມແຂງແຮງ ແລະໄດ້ຮັບປະສິດທິຜົນ, ຈີນກຳລັງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງຕົນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສ້າງໂອກາດທີ່ດີໃຫ້ກັບໂລກຫຼາຍກວ່າເກົ່າ.

ເສດຖະກິດຈີນໃນໄຕມາດທີ 3 ໄດ້ເພີ່ມຂຶ້ນ 3,9%, ສ່ວນ GDP ຂອງຈີນໃນ 3 ໄຕມາດທຳອິດຂອງປີນີ້ໄດ້ເພີ່ມຂຶ້ນ 3,0% ເຊິ່ງສູງກວ່າປະເທດຝ່າຍຕາເວັນຕົກສ່ວນໃຫຍ່. ພ້ອມກັນນັ້ນ, ໃນ 3 ໄຕມາດທຳອິດຂອງປີນີ້, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳທີ່ມີລາຍໄດ້ຫຼາຍກວ່າ 20 ລ້ານຢວນນັ້ນ ໄດ້ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການລົງທຶນດ້ານອະສັງຫະລິມະຊັບໃນທົ່ວປະເທດຈີນ(ບໍ່ລວມທັງຄອບຄົວກະສິກອນ) ໄດ້ບັນລຸເຖິງ 42.141,2 ຕື້ຢວນ ເຊິ່ງໄດ້ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ລາຍໄດ້ທີ່ສາມາດຈັບຈ່າຍໄດ້ສະເລ່ຍໃສ່ຫົວຄົນຂອງພົນລະເມືອງທົ່ວປະເທດຈີນໄດ້ບັນລຸເຖິງ 27.650 ຢວນ ເຊິ່ງໄດ້ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຖ້າຫັກອອກປັດໄຈລາຄາແລ້ວ ໄດ້ເພີ່ມຂຶ້ນ 3,2%. ສາມາດເວົ້າໄດ້ວ່າ, ໃນ 3 ໄຕມາດທຳອິດຂອງປີນີ້, ຄວາມໄວການເຕີບໂຕຂອງລາຍໄດ້ພົນລະເມືອງຈີນ ແມ່ນສູງກວ່າຄວາມໄວການເຕີບໂຕຂອງ GDP ຂອງຈີນ.

ຍ້ອນໄດ້ຮັບຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດໂລກກຳລັງປະເຊີນໜ້າກັບຄວາມກົດດັນຊຸດໂຊມລົງຢ່າງໃຫຍ່ຫຼວງ. ແຕ່ເສດຖະກິດຈີນພັດໄດ້ເພີ່ມຂຶ້ນຕາມຮອບໝູນວຽນທາງເສດຖະກິດທັງພາຍໃນ ແລະຕ່າງປະເທດ ເຊິ່ງຍ້ອນໄດ້ຮັບຜົນປະໂຫຍດຈາກການຕັ້ງໜ້າປະຕິບັດນະໂຍບາຍເງິນຕາທີ່ໝັ້ນທ່ຽງ ແລະກໍຍ້ອນມີແນວທາງນະໂຍບາຍທີ່ສະໜັບສະໜູນການພັດທະນາເສດຖະກິດຮູບປະທຳໃຫ້ມີຄວາມຈະເລີນຮຸ່ງເຮືອງ, ເສດຖະກິດຈີນມີທ່ວງທ່າພັດທະນາທີ່ດີບົນພື້ນຖານຄວາມໝັ້ນທ່ຽງ. ພ້ອມກັນນັ້ນ, ເມື່ອປະເຊີນໜ້າກັບການແພ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ຍຶດໝັ້ນໃນແນວທາງຈຳກັດພະຍາດໂຄວິດ-19 ເປັນສູນໃນທຸກເວລາ, ສ່ວນເຕັກນິກການກວດຫາເຊື້ອພະຍາດ ແລະຮູບການຈັດຕັ້ງເພື່ອ ຕ້ານກັບພະຍາດ ກໍໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ໃນຂະນະທີ່ຮັກສາເສັ້ນເພດານຕ່ຳສຸດທີ່ບໍ່ໃຫ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຂະໜາດໃຫຍ່, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ເສດຖະກິດຈີນນັ້ນ ກໍໄດ້ຫຼຸດລົງເທື່ອລະກ້າວ, ໃນອະນາຄົດ ເສດຖະກິດຈີນຍ່ອມຈະສາມາດສະແດງໃຫ້ເຫັນເຖິງພະລັງແຮງຕາມຫຼັງ ແລະຄວາມທົນທານຢ່າງບໍ່ຢຸດຢັ້ງ.

ການພັດທະນາຂອງຈີນຕັດແຍກອອກຈາກໂລກບໍ່ໄດ້, ສ່ວນການພັດທະນາຂອງໂລກກໍບໍ່ສາມາດແຍກອອກຈາກຈີນໄດ້. ໂດຍຜ່ານຈາກຄວາມພະຍາຍາມຢ່າງບໍ່ລົດລະຂອງການປະຕິຮູບ ແລະເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີ, ຈີນໄດ້ສ້າງມະຫັດສະຈັນສອງຢ່າງ ຄື: ເສດຖະກິດໄດ້ພັດທະນາຢ່າງວ່ອງໄວ ແລະສັງຄົມມີຄວາມໝັ້ນທ່ຽງຢ່າງຖາວອນ, ດັ່ງດຽວກັບຄຳເວົ້າຂອງທ່ານສີຈິ້ນຜິງ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໃນກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ທີ່ໄດ້ກ່າວໃນເວລາຈັດກອງປະຊຸມຖະແຫຼງຂ່າວ ພ້ອມກັບຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໃນຕອນທ່ຽງວັນທີ 23 ຕຸລານີ້ວ່າ: ປັດຈຸບັນ, ເສດຖະກິດຈີນມີຄວາມເຂັ້ມແຂງຢ່າງຫຼວງຫຼາຍ, ມີກຳລັງບົ່ມຊ້ອນຢ່າງພຽງພໍ ແລະມີຄວາມແໜ້ນໜຽວຢ່າງກວ້າງຂວາງ, ມີສະພາບພື້ນຖານທີ່ດີໃນໄລຍະຍາວໂດຍຈະບໍ່ມີການປ່ຽນແປງ. ການເປີດປະຕູສູ່ພາຍນອກຂອງຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ. ຈີນຈະລົງເລິກການປະຕິຮູບ ແລະເປີດປະຕູສູ່ພາຍນອກຢ່າງບໍ່ຫວັ່ນໄຫວຄອນແຄນ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຫວັ່ນໄຫວຄອນແຄນ, ເສດຖະກິດຈີນທີ່ມີທ່ວງທ່າການພັດທະນາທີ່ດີຈະສ້າງໂອກາດທີ່ດີໃຫ້ແກ່ໂລກຫຼາຍກວ່າເກົ່າດ້ວຍການພັດທະນາຂອງຕົນເອງ.