ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນໄດ້ຊີ້ທິດເຍືອງທາງທີ່ກ້າວເດີນໄປຂ້າງໜ້າໃຫ້ແກ່ການພັດທະນາຂອງຈີນໃນອະນາຄົດ

2022-10-26 11:39:12 cri


   ວັນທີ25ຕຸລານີ້ ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຫຼາຍມື້ມໍ່ໆມານີ້,ປະຊາຄົມໂລກໄດ້ຈ້ອງມອງເບິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນ ໂດຍໄດ້ຕີລາຄາສູງຕໍ່ ກອງປະຊຸມໃຫຍ່ຄັ້ງນີ້ທີ່ອັດລົງດ້ວຍຜົນສຳເລັດ.


   ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນໄດ້ຊີ້ທິດເຍືອງທາງທີ່ກ້າວເດີນໄປຂ້າງໜ້າໃຫ້ແກ່ການພັດທະນາຂອງຈີນໃນອະນາຄົດ, ໄດ້ເພີ່ມພະລັງແຮງທີ່ເຂັ້ມແຂງໃຫ້ແກ່ການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຈີນກັບບັນດາປະເທດຢູ່ໃນໂລກ. ພວກເຮົາຈະພ້ອມກັບປະຊາຊົນບັນດາປະເທດສົ່ງເສີມຄ່ານິຍົມຮ່ວມຂອງທົ່ວມວນມະນຸດຄື:ສັນຕິພາບ, ພັດທະນາ, ຍຸຕິທຳ, ເປັນທຳ, ປະຊາທິປະໄຕແລະອິດສະຫຼະ,ປົກປັກຮັກສາສັນຕິພາບໂລກ,ຊຸກຍູ້ການພັດທະນາໂລກ,ຊຸກຍູ້ໃຫ້ສ້າງຕັ້ງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ແລະເກາະແຂນກັນສ້າງອະນາຄົດທີ່ດີງາມຂອງໂລກ.