ຜູ້ອຳນວຍການໃຫຍ່ IAEA: ຕະຫຼາດພະລັງງານໂລກຍັງຕ້ອງການພະລັງງານຂອງຣັດເຊຍເພື່ອຕອບສະໜອງຄວາມຕ້ອງການ

2022-10-26 11:03:40 CRI



    ວັນທີ 25 ຕຸລານີ້, ທ່ານເຟດ ບີໂຣ ຜູ້ອຳນວຍການໃຫຍ່ ອົງການພະລັງງານສາກົນ ຫຼື IAEA ກ່າວວ່າ: ໂລກພວມຢູ່ໃນ “ວິກິດການພະລັງງານທົ່ວໂລກອັນແທ້ຈິງຄັ້ງທຳອິດ”, ປັດຈຸບັນ, ຕະຫຼາດພະລັງງານໂລກຍັງຕ້ອງການພະລັງງານຂອງຣັດເຊຍເພື່ອຕອບສະໜອງຄວາມຕ້ອງການ.


    ລາຄາພະລັງງານທົ່ວໂລກເພີ່ມສູງຂຶ້ນພວມຊຸກຍູ້ໃຫ້ລາຄາອາຫານ ແລະ ການບໍລິການຂອງຫຼາຍແຫ່ງຢູ່ໃນໂລກເພີ່ມສູງຂຶ້ນຫຼາຍຢ່າງວ່ອງໄວ, ປະຊາຊົນຫຼາຍປະເທດໄດ້ປະສົບກັບຜົນຮ້າຍຢ່າງເລິກເຊິ່ງ. ຄຽງຄູ່ກັບຂົ້ວໂລກເໜືອເຂົ້າສູ່ລະດູໜາວ, ລາຄາພະລັງງານສືບຕໍ່ເພີ່ມຂຶ້ນ ແລະ ການສະໜອງພະລັງງານຂາດເຂີນຈະແມ່ນຄວາມສ່ຽງທີ່ມີຢູ່ຢ່າງຕໍ່ເນື່ອງສຳລັບປະຊາຊົນເອີຣົບ. ທ່ານເຟດ ບີໂຣກ່າວຕື່ມວ່າ, ຖ້າວ່າລະດູໜາວປີນີ້ມີອາກາດຂ້ອນຂ້າງ, ເອຣົບອາດຈະຜ່ານຜ່າໄປໄດ້, ແຕ່ເອີຣົບຈະໃຊ້ຄ່າຕອບແທນຢ່າງຫຼວງຫຼາຍທີ່ສຸດເພື່ອຮັບມືກັບການຂາດເຂີນພະລັງງານ.