ຮອງປະທານາທິບໍດີຊີມບັບເວຮຽກຮ້ອງໃຫ້ປະເທດຕາເວັນຕົກຄືອາເມຣິກາຍົກເລີກການລົງໂທດທີ່ຜິດກົດໝາຍຕໍ່ຊີມບັບເວ

2022-10-26 11:44:52 cri


   ວັນທີ25ຕຸລາແມ່ນ“ວັນຕ້ານທານການລົງໂທດ”ຂອງປະຊາຄົມຮ່ວມພັດທະນາອາຟຣີກາໃຕ້. ມື້ດຽວກັນ,ທ່ານຄອນສ໊ຕັນຕິໂນ ຊີເວີນກາ ຮອງປະທານາທິບໍດີຊີມບັບເວໄດ້ກ່າວຄຳປາໄສໂດຍກ່າວປະນາມຢ່າງຮຸນແຮງຕໍ່ປະເທດຕາເວັນຕົກສ່ວນໜ້ອຍຄືອາເມຣິກາເປັນຕົ້ນທີ່ໃຊ້ການລົງໂທດຢ່າງຜິດກົດໝາຍຕໍ່ຊີມບັບເວ, ທ່ານຮຽກຮ້ອງໃຫ້ຍົກເລີກການລົງໂທດເຫຼົ່ານີ້ຢ່າງບໍ່ມີເງື່ອນໄຂໃນທັນທີ.


   ທ່ານຊີເວີນກາຊີ້ໃຫ້ເຫັນວ່າ: ການທີ່ປະເທດຕາເວັນຕົກສ່ວນໜ້ອຍຄືອາເມຣິກາເປັນຕົ້ນລົງໂທດຢ່າງຜິດກົດໝາຍຕໍ່ຊີມບັບເວໄດ້ກີດຂວາງບາດກ້າວການພັດທະນາແບບຍືນຍົງຂອງປະເທດຊີມບັບເວ,ເປັນການໂຈມຕີເສລີພາບແລະອະທິປະໄຕຂອງຊີມບັບເວ, ພ້ອມທັງໄດ້ລະເມີດກະຕິກາພື້ນຖານຂອງ“ກົດໝາຍສາກົນ”. ທ່ານຊີເວີນກາກ່າວຕື່ມວ່າ: ຊີມບັບເວຈະບໍ່ອ່ອນຍອມຕໍ່ການລົງໂທດທີ່ຜິດກົດໝາຍຕາບເທົ່າໃດໆ.


   ນັບແຕ່ປີ2001ເປັນຕົ້ນໄປ ອາເມຣິກາເລີ່ມລົງໂທດແບບຜິດກົດໝາຍຕໍ່ຊີມບັບເວ,ຕາມການຕີລາຄາຂອງສື່ມວນຊົນທ້ອງຖິ່ນຊີມບັບເວ, ປະເທດຕາເວັນຕົກລົງໂທດຊີມບັບເວໄດ້ເຮັດໃຫ້ຊີມບັບເວມີຄວາມເສຍຫາຍດ້ານເສດຖະກິດ ມູນຄ່າຫຼາຍກວ່າ40ຕື້ໂດລາ.