ປະກັນໄພກະສິກຳຈີນໄດ້ໃຫ້ການຄ້ຳປະກັນແກ່ເຄື່ອງປູກຂອງຝັງຫຼາຍກວ່າ 210 ຊະນິດ

2022-10-26 15:03:29 cri


    ວັນທີ 25 ຕຸລານີ້, ຄະນະກຳມະການຕິດຕາມຄຸ້ມຄອງທະນາຄານ ແລະປະກັນໄພຈີນເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ການປະກັນໄພກະສິກຳຈີນໄດ້ຄ້ຳປະກັນເຄື່ອງປູກຂອງຝັງຕົ້ນຕໍເຖິງ 140 ລ້ານເຮັກຕາ,  ກວມເນື້ອທີ່ປູກຝັງທົ່ວປະເທດຈີນປະມານ 84%, ໄດ້ຄ້ຳປະກັນເຄື່ອງປູກຂອງຝັງຫຼາຍກວ່າ 210 ຊະນິດ, ກວມພືດພັນທັນຍາຫານຕົ້ນຕໍ  ແລະຜະລິດຕະພັນກະສິກຳລາຍໃຫຍ່ຕົ້ນຕໍຂອງຈີນ ເຊັ່ນ: ວັດສະດຸຜະລິດນ້ຳຕານ, ວັດສະດຸຜະລິດນ້ຳມັນ, ໝູ ແລະອື່ນໆ, ເຊິ່ງໄດ້ອຳນວຍການຮັບປະກັນອັນສຳຄັນໃຫ້ແກ່ຍຸດທະສາດຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ ແລະພັດທະນາຊົນນະບົດໃຫ້ຈະເລີນຂອງປະເທດຈີນ.

    ຕາມຂ່າວລາຍງານວ່າ: ຈີນໄດ້ກາຍເປັນຕະຫຼາດປະກັນໄພ ກະສິກຳໃຫຍ່ທີ່ສຸດຢູ່ທົ່ວໂລກເມື່ອປີ 2020. ຍອດມູນຄ່າປະກັນໄພກະສິກຳທີ່ສະໜອງໃຫ້ຊາວກະສິກອນເພີ່ມຈາກ 900 ຕື້ຢວນໃນປີ2012 ຂຶ້ນເປັນ 4.700 ຕື້ຢວນໃນປີ2021, ຈັງຫວະເຕີບໂຕສະເລ່ຍຕໍ່ປີໃນ 10 ປີຜ່ານມາແມ່ນ 20,2%.