ທະຫານຣັດເຊຍຈັດການເຝິກຊ້ອມກຳລັງສ້າງຄວາມສະທ້ານຢ້ານກົວທາງຍຸດທະສາດ

2022-10-27 15:04:00 cri


   ວັນທີ26ຕຸລານີ້ ຕາມຂ່າວຈາກເວັບໄຊຂອງທຳນຽບປະທານາທິບໍດີຣັດເຊຍໃຫ້ຮູ້ວ່າ: ມື້ດຽວກັນ ທະຫານຣັດເຊຍໄດ້ຈັດການເຝິກຊ້ອມກຳລັງສ້າງຄວາມສະທ້ານຢ້ານກົວທາງຍຸດທະສາດ, ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ບັນຊາແລະຊົມການເຝິກຊ້ອມເທື່ອນີ້.


   ກອງທັບລູກສອນໄຟຍຸດທະສາດຣັດເຊຍໄດ້ສຳເລັດການເຝິກຊ້ອມຍິງລູກສອນໄຟນຳວິຖີຍຸດທະສາດແລະລູກສອນໄຟລາດຕະເວນ ເຊິ່ງລ້ວນແຕ່ໄດ້ຍິງຖືກເປົ້າໝາຍ, ແລະໜ້າທີ່ເຝິກຊ້ອມໄດ້ສຳເລັດຢ່າງສະດວກ.


   ວັນທີ17ຕຸລານີ້,ການເຝິກຊ້ອມການສ້າງຄວາມສະທ້ານຢ້ານກົວດ້ວຍອາວຸດນິວເຄຣຍທີ່ມີ 14 ປະເທດສະມາຊິກນາໂຕເຂົ້າຮ່ວມໄດ້ເລີ່ມຈັດຂຶ້ນຢ່າງເປັນທາງການ,ການເຝິກຊ້ອມເທື່ອນີ້ຈະສິ້ນສຸດລົງໃນວັນທີ30ຕຸລາ ນີ້. ນາໂຕກ່າວວ່າ: ການເຝິກຊ້ອມເທື່ອນີ້ແມ່ນການເຝິກຊ້ອມປະຈຳປີ,ມີຈຸດປະສົງຮັບປະກັນຄວາມສາມາດດ້ານນິວເຄຣຍຂອງນາໂຕສາມາດຮັກສາຄວາມປອດໄພແລະມີປະສິດທິຜົນ ໂດຍບໍ່ແນໃສ່ປະເທດໃດ. ແຕ່ຫາງສຽງເຫັນວ່າ ການເຝິກຊ້ອມເທື່ອນີ້ແມ່ນນາໂຕຈັດຂຶ້ນເພື່ອແນໃສ່ຣັດເຊຍ.