ເຮືອສຳຫຼວດວິທະຍາສາດໄຕ້ຫວັນຖືກຝ່າຍຍີ່ປຸ່ນລົບກວນ,ຈີນໄດ້ສະເໜີການຕໍ່ວ່າທັກທ້ວງຕໍ່ຍິ່ປຸ່ນແລ້ວ

2022-10-27 15:00:27 cri


 ໂດຍແນໃສ່ເຮືອສຳຫຼວດວິທະຍາສາດໄຕ້ຫວັນເຮັດວຽກຢູ່ເຂດທະເລຕາເວັນອອກຂອງເກາະໄຕ້ຫວັນແຕ່ຖືກຝ່າຍຍີ່ປຸ່ນລົບກວນ,ວັນທີ26ຕຸລານີ້ ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ຈີນໄດ້ສະເໜີການຕໍ່ວ່າທັກທ້ວງຕໍ່ຍິ່ປຸ່ນ ໂດຍຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງບໍ່ລົບກວນກິດຈະກຳສຳຫຼວດວິທະຍາດສາດຂອງເຮືອຝ່າຍຈີນ ເຊິ່ງລວມທັງເຂດໄຕ້ຫວັນທີ່ດຳເນີນຢູ່ເຂດທະເລດັ່ງກ່າວ.


   ຕາມຂ່າວແຈ້ງວ່າ: ຫວ່າງບໍ່ດົນມານີ້,ໃນໄລຍະທີ່ເຮືອສຳຫຼວດວິທະຍາສາດ“ຊິ່ນໄຫຢຽນ1” ຂອງມະຫາວິທະຍາໄລໄຕ້ຫວັນປະຕິບັດງານຢູ່ເຂດທະເລທາງພາກຕາເວັນອອກຂອງເກາະໄຕ້ຫວັນ,ແຕ່ມີເຮືອລາດຕະເວນອົງການປ້ອງກັນຄວາມສະຫງົບທາງທະເລຍີ່ປຸ່ນໄປຮ້ອງກ່າວແລະລົບກວນ,ໂດຍອ້າງວ່າບໍ່ໄດ້ຮັບຄວາມເຫັນດີຈາກຝ່າຍຍີ່ປຸ່ນ ບໍ່ໃຫ້ດຳເນີນການສຳຫຼວດວິທະຍາສາດຢູ່ເຂດເສດຖະກິດສະເພາະຂອງຍີ່ປຸ່ນ.


   ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ ທ່ານວ່າງເວີນປີ່ນກ່າວວ່າ: ເຂດທະເລທີ່ເກີດເຫດດັ່ງກ່າວແມ່ນໄກຈາກເກາະໄຕ້ຫວັນພຽງປະມານ60ກວ່າໄມທະເລເທົ່ານັ້ນ,ອົງການຄົ້ນຄວ້າວິທະຍາສາດຂອງຈີນທີ່ລວມທັງເຂດໄຕ້ຫວັນ ແມ່ນມີສິດດຳເນີນການສຳຫຼວດວິທະຍາສາດຢູ່ເຂດທະເລດັ່ງກ່າວ,ຕ່າງປະເທດບໍ່ຄວນແຊກແຊງ.


   ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນຕື່ມວ່າ: ຈີນແລະຍີ່ປຸ່ນບໍ່ທັນໄດ້ຂີດແບ່ງເສັ້ນຊາຍແດນຢູ່ເຂດ ທະເລທາງພາກຕາເວັນອອກຂອງໄຕ້ຫວັນເທື່ອ,ຈີນບໍ່ຮັບຮອງຖ້ອຍຄວາມ “ເຂດເສດຖະກິດສະເພາະຂອງຍີ່ປຸ່ນ” ແລະການກະທຳທີ່“ໃຊ້ສິດຄຸ້ມຄອງ”ຂອງຍີ່ປຸ່ນ.