ຜູ້ນຳອາເມຣິກາແລະອັງກິດກ່າວວ່າຈະ “ພ້ອມກັນຮັບມືກັບສິ່ງທ້າທາຍຂອງຈີນ” ກະຊວງການຕ່າງປະເທດຈີນຕອບວ່າ: ຈີນບໍ່ແມ່ນສິ່ງທ້າທາຍແລະໄພຂົ່ມຂູ່

2022-10-27 10:24:51 CRI



    ຫວ່າງມໍ່ໆມານີ້, ທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາ ແລະ ທ່ານຣີຊີ ຊູນັກ ນາຍົກລັດຖະມົນຕີອັງກິດໄດ້ລົມກັນຜ່ານທາງໂທລະສັບ, ສອງຝ່າຍກ່າວວ່າຈະ “ພ້ອມກັນຮັບມືກັບສິ່ງທ້າທາຍຂອງຈີນ”, ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນໂຄສົກກະຊວງການຕ່າງປະເທດຈີນຕອບໃນວັນທີ 26 ຕຸລານີ້ວ່າ, ຈີນແມ່ນເພື່ອນມິດແລະ ໂອກາດສຳລັບການພັດທະນາຂອງປະເທດຕ່າງໆ, ບໍ່ແມ່ນສິ່ງທ້າທາຍ ແລະ ໄພຂົ່ມຂູ່.


    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ພວກເຮົາຮຽກຮ້ອງໃຫ້ອາເມຣິກາ ແລະ ອັງກິດປະຖິ້ມແນວຄິດ “ຫຼິ້ນແກມຜົນລວມເປັນສູນ”, ໄປຕາມກະແສຂອງຍຸກສະໄໝ,ແທນທີຈະເຜີຍແຜ່ “ຖ້ອຍຄວາມການຂົ່ມຂູ່ຂອງຈີນ” ທີ່ືເກົ່າໂພດ ແລະ ຈັດຕັ້ງ “ກຸ່ມນ້ອຍໆ”ທີ່ບໍ່ມີອະນາຄົດ,ບໍ່ເທົ່າກັບໄປທົດລອງສ້າງແນວຄວາມຄິດໃໝ່ທີ່ເປີດປະຕູສູ່ພາຍນອກກວມລວມ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈະດີກວ່າ, ເຮັດວຽກທີ່ແທດເໝາະກັບຕົວຈິງໃຫ້ຫຼາຍຂຶ້ນເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ.