ຈັດກິດຈະກຳລະດູການອອກອາກາດຢູ່ອາຟຣິກາຂອງ “ເທດສະການຟິມຈີນ”

2022-10-27 12:43:01 CRI


    ວັນທີ 26 ຕຸລານີ້, ກິດຈະກຳລະດູການອອກອາກາດຢູ່ອາຟຣິກາຂອງ “ເທດສະການຟິມ” ເລີ່ມຈັດຂຶ້ນຢ່າງເປັນທາງການ. ໂດຍຜ່ານສື່ມວນຊົນຫຼັກ ແລະ ອົງການຕ່າງປະເທດຂອງອາຟຣິກາ, ຟິມສາລະຄະດີທີ່ມີຫົວຂໍ້ສະເພາະ ຫຼື ບັນທຶກເຫດການຫຼາຍເລື່ອງດ້ວຍຫຼາຍພາສາຈະອອກອາກາດຢູ່ອາຟຣິກາ.

 

    ກິດຈະກຳລະດູການອອກອາກາດຢູ່ທົ່ວໂລກຂອງ “ເທດສະການຟິມຈີນ” ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ກະຊວງວັດທະນະທຳແລະ ທ່ອງທ່ຽວຈີນ. ໃນເວລາ 4 ເດືອນ,ສື່ມວນຊົນ ແລະ ອົງການຕ່າງປະເທດ 70 ກວ່າແຫ່ງຂອງ 40 ກວ່າປະເທດໄດ້ເຂົ້າຮ່ວມກິດຈະກຳອອກອາກາດແລ້ວ.



     ໃນເວລາກ່າວຄຳປາໄສຕໍ່ກິດຈະກຳດັ່ງກ່າວ,ທ່ານເຊີ້ນໄຫຊົງຜູ້ອຳນວຍການໃຫຍ່ CMG ໄດ້ແນະນຳກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນກ່ອນ ແລ້ວກ່າວວ່າ: ກິດຈະກຳລະດູການອອກອາກາດຢູ່ອາຟຣິກາຂອງ “ເທດສະການຟິມຈີນ” ແມ່ນໝາກຜົນອີກອັນໜຶ່ງສຳລັບການຮ່ວມມືລະຫວ່າງສື່ມວນຊົນ ແລະ ການແລກປ່ຽນດ້ານວັດທະນະທຳຈີນ-ອາຟຣິກາ. ໂດຍຜະເຊີນກັບສະພາບການສາກົນທີ່ສັບສົນ ແລະ ປ່ຽນແປງເລື້ອຍໆ, CMG ຈະຖືວັດທະນະທຳເປັນຂົວຕໍ່, ທັບມ້າງສິ່ງກີດຂວາງ, ເພີ່ມທະວີຄວາມເຂົ້າໃຈກັນ, ກ້າວເດີນໄປພ້ອມກັບຍຸກສະໄຫມ,ພະຍາຍາມສະແດງໃຫ້ເຫັນເຖິງຄວາມດີງາມທີ່ອະລິຍະທຳຕ່າງໆຂອງໂລກກົມກຽວຮ່ວມກັນ.

 

    ກິດຈະກຳລະດູການອອກອາກາດສະເໜີລາຍການຢູ່ອາຟຣິກາຂອງ “ເທດສະການຟິມຈີນ” ຈະດຳເນີນໄປເຖິງເດືອນທັນວາປີນີ້.