ຖ້າຢາກຊ່ວຍເຫຼືອອາຟຣິກາຢ່າງແທ້ຈິງ ອາເມຣິກາຄວນຍົກເລີກການລົງໂທດຕໍ່ອາຟຣິກາກ່ອນ

2022-10-27 17:50:29 CRI

ວັນທີ 25 ຕຸລານີ້ ເປັນ “ວັນຕໍ່ຕ້ານການລົງໂທດ” ຂອງປະຊາຄົມຮ່ວມການພັດທະນາອາຟຣິກາໃຕ້. ເນື່ອງໃນໂອກາດນີ້, ຫຼາຍປະເທດຂອງອາຟຣິກາໄດ້ຮຽກຮ້ອງອາເມຣິກາ ແລະປະເທດຝ່າຍຕາເວັນຕົກອື່ນໆອີກຄັ້ງໜຶ່ງ ໃຫ້ຍົກເລີກການລົງໂທດຕໍ່ປະເທດຊິມບັບເວ. ກ່ອນໜ້ານີ້ບໍ່ດົນ, ໃນການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77, ທ່ານຮາຈີ ເກນໂກບ ປະທານາທິບໍດີປະເທດນາມີບີ ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ອາເມຣິກາ ແລະປະເທດຝ່າຍຕາເວັນຕົກອື່ນໆ ທີ່ໄດ້ປະຕິບັດການລົງໂທດແບບຜິດກົດໝາຍເປັນໄລຍະຍາວນານມາແລ້ວ ໂດຍກ່າວວ່າ: ຄວນໃຫ້ປະເທດຊິມບັບເວຫຼຸດພົ້ນອອກຈາກຄວາມກົດດັນຈາກການລົງໂທດ ເພື່ອໃຫ້ໄດ້ຮັບໂອກາດການພັດທະນາ. ການສະແດງທ່າທີດັ່ງກ່າວໄດ້ຮັບການຕອບສະໜອງຢ່າງກວ້າງຂວາງຈາກປະຊາຄົມໂລກ.


ມາຮອດປັດຈຸບັນ, ອາເມຣິກາໄດ້ປະຕິບັດການລົງໂທດພຽງແຕ່ຝ່າຍດຽວຕໍ່ຊິມບັບເວເປັນເວລາຫຼາຍກວ່າ 20 ປີແລ້ວ. ຕາມສະຖິຕິແລ້ວ, ໃນຮອບ 20 ປີຜ່ານມານີ້, ຊິມບາເວໄດ້ປະສົບຄວາມເສຍຫາຍດ້ານເສດຖະກິດຍ້ອນການລົງໂທດຈາກພາຍນອກ ມີຫຼາຍກວ່າ 40 ຕື້ໂດລາສະຫະລັດແລ້ວ. ທີ່ຈິງແລ້ວ, ການລົງໂທດຂອງການເມຣິກາທີ່ມີຕໍ່ຊິມບັບເວ ເປັນພຽງແຕ່ສ່ວນໜຶ່ງຂອງອາຟຣິກາທີ່ແຊກແຊງວຽກງານພາຍໃນຂອງປະເທດອາຟຣິກາເປັນໄລຍະຍາວນານເທົ່ານັ້ນ.


ພາຍຫຼັງລັດຖະບານອາເມຣິກາຊຸດປັດຈຸບັນຂຶ້ນຮັບຕຳແໜ່ງແລ້ວ, ອາເມຣິກາໄດ້ “ເປີດໂອກາດການຮ່ວມມືກັບອາຟຣິກາ” ເຊິ່ງໄດ້ໃຊ້ມາດຕະການໃຫ້ການພົວພັນດ້ານການທູດກັບອາຟຣິກາດີຂຶ້ນຢ່າງຈະແຈ້ງ. ແຕ່ຫາງສຽງມີຄວາມເຫັນໂດຍທົ່ວໄປວ່າ: ອາເມຣິກາປະຕິບັດອັນທີ່ເອີ້ນວ່າ “ຍຸດທະສາດໃໝ່ຕໍ່ອາຟຣິກາ” ບໍ່ແມ່ນເພື່ອຊ່ວຍເຫຼືອການພັດທະນາຂອງອາຟຣິກາດອກ, ຫາກແມ່ນຫວັງຢາກສ້າງອາຟຣິກາໃຫ້ເປັນລູກໝາກເສິກ ຫຼືເຄື່ອງມື ທີ່ຮັບໃຊ້ຜົນປະໂຫຍດຍຸດທະສາດຂອງອາເມຣິກາ ດ້ວຍຂໍ້ອ້າງການຮ່ວມມືເທົ່ານັ້ນ.


ໃນໄລຍະຕໍ່ໄປ, ອາເມຣິກາຍັງຈະປະຕິບັດນະໂຍບາຍທີ່ສຳຄັນອີກອັນໜຶ່ງຕໍ່ອາຟຣິກາ ຄື: ໃນລະດູຮ້ອນປີນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກໍໄດ້ປ່າວປະກາດແລ້ວວ່າ: ຈະຈັດກອງປະຊຸມສຸດຍອດຜູ້ນຳອາເມຣິກາ-ອາຟຣິກາໃນກາງເດືອນທັນວາປີ 2022 ນີ້ ຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາ ເພື່ອ “ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຖາວອນຂອງອາເມຣິກາທີ່ມີຕໍ່ອາຟຣິກາ” “ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການພົວພັນລະຫວ່າງອາເມຣິກາກັບອາຟຣິກາ” ແລະ “ເພີ່ມທະວີການຮ່ວມມືໃນດ້ານວຽກງານບຸລິມະສິດຮ່ວມໃນທົ່ວໂລກ”.


ອາເມຣິກາຢາກຊ່ວຍເຫຼືອອາຟຣິກາຢ່າງແທ້ຈິງຫຼືບໍ? ຫຼືວ່າຈະເປັນພຽງແຕ່ເຊັກເດ້ງຊື່ໆ? ເຊື່ອວ່າຄວາມເປັນຈິງຈະພິສູດໃຫ້ເຫັນໃນທີ່ສຸດ. ຖ້າຢາກມີການຮ່ວມມື, ອາເມຣິກາຄວນຍົກເລີກການລົງໂທດຕໍ່ປະເທດຈຳນວນໜຶ່ງຂອງອາຟຣິກາກ່ອນ.