ນາຍົກລັດຖະມົນຕີປາກິດສະຖານຈະຢ້ຽມຢາມປະເທດຈີນ

2022-10-27 15:16:40 CRI

    ວັນທີ 26 ຕຸລານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນແຈ້ງຂ່າວໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານຮຳເມັດ ຊາປາສ ຊາຣີຟ ນາຍົກລັດຖະມົນຕີສາທາລະນະລັດອິສຣາມປາກິດສະຖານຈະຢ້ຽມຢາມຈີນຢ່າງເປັນທາງການໃນວັນທີ 1 ພະຈິກຫນ້ານີ້.




ທ່ານວ່າງເວີນປິ່ນແນະນຳວ່າ, ເທື່ອນີ້ເປັນຄັ້ງທຳອິດທີ່ທ່ານຊາປາສຢ້ຽມຢາມຈີນເປັນພາຍຫຼັງທ່ານຮັບຕຳແຫນ່ງເປັນນາຍົກລັດຖະມົນຕີ ໂດຍສືບທອດທ່ວງທ່າທີ່ການນຳຂັ້ນສູງສອງປະເທດຈີນ-ປາກິດສະຖານໄປມາຫາສູ່ກັນຢ່າງໃກ້ຊິດ. ທ່ານນາຍົກຊາປາສແມ່ນຜູ້ນຳຕ່າງປະເທດຜູ້ທຳອິດທີ່ຢ້ຽມຢາມຈີນຕາມຄຳເຊີນຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສິ້ນສຸດລົງຢ່າງມີໄຊ ໄດ້ສະແດງໃຫ້ເຫັນມິດຕະພາບພິເສດແລະ ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງຈີນ ກັບ ປາກິດສະຖານ.ໃນໄລຍະຢ້ຽມຢາມ, ຜູ້ນຳສອງປະເທດຈະແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງປະເທດ ພ້ອມດ້ວຍບັນຫາສາກົນແລະພາກພື້ນທີ່ມີຄວາມສົນໃຈນຳກັນ, ພ້ອມກັນຈັດວາງ ແລະ ຊີ້ນຳການວາງແຜນການຂະຫຍາຍການພົວພັນຈີນ-ປາກິດສະຖານ.