ກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈັດຂຶ້ນຢູ່ປະເທດເນປານ

2022-10-27 15:09:02 cri




      ກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20ຂອງພັກຄອມມູນິດຈີນ ພາຍໃຕ້ຫົວຂໍ້ວ່າ “ການເດີນທາງຄັ້ງໃໝ່ ມີຊາຕາກຳຮ່ວມກັນ”ໄດ້ຈັດຂຶ້ນຮ່ວມກັນໂດຍສູນອາຊີອາຟຣິກກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ  ແລະສະມາຄົມມິດຕະພາບຊາວໜຸ່ມເນປານ-ຈີນຢູ່ນະຄອນຫຼວງກັດມານດູ ປະເທດເນປານໃນວັນທີ 23 ຕຸລານີ້.

    ທ່ານ ອ່ານສຽວຢວີ ຜູ້ຕາງໜ້າຂອງສະຖານີວິທະຍຸໂທລະພາບສູນກາງຈີນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວຜ່ານທາງວິດີໂອ ໂດຍໄດ້ແນະນໍາບັນຍາການຟົດຟື້ນ ແລະ ຜົນສໍາເລັດຂອງກອງປະຊຸມໃຫຍ່ໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາ. ການນໍາລັດຖະບານເນປານ, ຄື: ລັດຖະມົນຕີກະຊວງຄຸ້ມຄອງດິນແດນ ການຮ່ວມມື ແລະຫຼຸດຜ່ອນຄວາມທຸກຍາກເນປານ ເປັນຕົ້ນ, ນັກວິຊາການຊາວໜຸ່ມທັງໝົດ 100 ກວ່າຄົນໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ,  ປະຊາຊົນເນປານຫຼາຍກວ່າໝື່ນຄົນໄດ້ຊົມກິດຈະກໍາດັ່ງກ່າວຜ່ານທາງອອນລາຍ.