ທ່ານສີຈິ້ນຜີງໄດ້ສົ່ງສານຊົມເຊີຍໄປຍັງງານລ້ຽງປະຈຳປີຂອງຄະນະກຳມະການທົ່ວປະເທດສາຍພົວພັນອາເມຣິກາ-ຈີນ

2022-10-27 15:29:35 cri



    ວັນທີ 26 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງງານລ້ຽງມອບລາງວັນປະຈຳປີຂອງຄະນະກຳມະການທົ່ວປະເທດສາຍພົວພັນອາເມຣິກາ-ຈີນ.

    ເນື້ອໃນສານຊົມເຊີຍລະບຸວ່າ: ປັດຈຸບັນ, ໂລກບໍ່ມີຄວາມໝັ້ນຄົງ ແລະ ບໍ່ມີ ສະຖຽນລະພາບ. ໃນຖານະເປັນປະເທດໃຫຍ່, ຈີນ ແລະອາເມຣິກາສອງປະເທດຄວນເພີ່ມທະວີການແລກປ່ຽນຄວາມຄິດເຫັນ ແລະການຮ່ວມມື, ເຊິ່ງມີຜົນດີຕໍ່ການຊຸກຍູ້ໃຫ້ໂລກເພີ່ມທະວີຄວາມໝັ້ນທ່ຽງ ແລະຄວາມແນ່ນອນ, ທັງມີຜົນດີຕໍ່ການຊຸກຍູ້ສັນຕິພາບ ແລະການພັດທະນາຂອງໂລກ. ຈີນຍິນດີຮ່ວມກັບອາເມຣິກາທຳຄວາມພະຍາຍາມນຳກັນ, ຊອກຫາວິທີຢູ່ຮ່ວມກັນທີ່ຖືກຕ້ອງລະຫວ່າງຈີນ ແລະອາເມຣິກາໃນຍຸກໃໝ່, ເຊິ່ງຈະນຳເອົາຜົນປະໂຫຍດມາໃຫ້ແກ່ສອງປະເທດ, ຍັງຈະສ້າງຄວາມຜາສຸກໃຫ້ແກ່ໂລກອີກດ້ວຍ.

    ທ່ານສີຈິ້ນຜິງຫວັງວ່າຄະນະກຳມະການທົ່ວປະເທດສາຍພົວພັນອາເມຣິກາ-ຈີນພ້ອມທັງເພື່ອນມິດໃນວົງການຕ່າງໆທີ່ເອົາໃຈໃສ່ ແລະສະໜັບສະໜູນສາຍພົວພັນຈີນ-ອາເມຣິກາຈະສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງທີ່ພັດທະນາຢ່າງປອດໃສ ແລະໝັ້ນທ່ຽງ.

    ມື້ດຽວກັນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກໍໄດ້ສົ່ງສານຊົມເຊີຍໄປຍັງງານລ້ຽງມອບລາງວັນປະຈຳປີຂອງຄະນະກຳມະການທົ່ວປະເທດສາຍພົວພັນອາເມຣິກາ-ຈີນເຊັ່ນດຽວກັນ.