ກະຊວງປ້ອງກັນປະເທດຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິການຂາຍອາວຸດໃຫ້ໄຕ້ຫວັນ ແລະ ການພົວພັນທາງການທະຫານອາເມຣິກາ-ໄຕ້ຫວັນ

2022-10-28 11:11:29 CRI

    ຕອນບ່າຍວັນທີ 27 ຕຸລານີ້, ກະຊວງປ້ອງກັນປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຜູ້ສັນທັດກໍລະນີໄຕ້ຫວັນເປີດເຜີຍໃຫ້ຮູ້ວ່າ, ອາເມຣິກາອາດຈະປະກາດໂຄງການຂາຍອາວຸດໃຫ້ໄຕ້ຫວັນຫຼາຍລາຍການກ່ອນທ້າຍປີນີ້.



    ຕໍ່ກັບເລື່ອງນີ້, ທ່ານທານເຄີ້ເຟີ່ຍ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ:ໃນໄລຍະໜຶ່ງມານີ້, ອາເມຣິກາລະເມີດຄຳໝັ້ນສັນຍາທາງການເມືອງທີ່ບໍ່ສະໜັບສະໜູນ “ໃຫ້ໄຕ້ຫວັນເປັນເອກະລາດ”, ເອົາໄຕ້ຫວັນເປັນເກມການພະນັນເລື້ອຍໆ ເພື່ອແຊກແຊງວຽກງານພາຍໃນອງຈີນ, ການກະທຳທີ່ຊົ່ວຮ້າຍຫຼົ່ານີ້ຂອງອາເມຣິກາໄດ້ທຳລາຍຄວາມໝັ້ນຄົງ ແລະ ອະທິປະໄຕຂອງຈີນ, ສ້າງໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.


    ປີນີ້ແມ່ນຈີນ ກັບ ອາເມຣິກາປະກາດແຈ້ງການ “17 ສິງຫາ” ຄົບຮອບ 40 ປີ. ໃນແຈ້ງການດັ່ງກ່າວ ອາເມຣິກາຮັບຮອງຢ່າງຈະແຈ້ງວ່າຢູ່ໃນໂລກມພຽງແຕ່ຈີນດຽວ, ໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນ. ແຕ່ທີ່ຈິງແລ້ວ ອາເມຣິກາລະເມີດຄຳໝັ້ນສັນຍາຂອງຕົນເລື້ອຍໆ. ເວົ້າເຖິງກົກເຖິງຮາກແລ້ວຄວາມໝັ້ນຄົງຂອງໄຕຫວັນຕ້ອງອາໄສການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນຂະຫຍາຍຕົວໂດຍສັນຕິ. ການກະທຳທີ່ຂາຍອາວຸດໃຫ້ໄຕ້ຫວັນ ມີແຕ່ຈະເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງ ແລະ ເພີ່ມຄວາມສ່ຽງທີ່ເກີດການປະທະກັນເທົ່ານັ້ນ. ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິການຂາຍອາວຸດໃຫ້ໄຕ້ຫວັນ ແລະ ການພົວພັນທາງການທະຫານກັບໄຕ້ຫວັນ, ຢ່າກໍ່ຄວາມຜິດພາດເທື່ອແລ້ວເທື່ອເລົ່າໃນບັນຫາໄຕ້ຫວັນ. ກອງທັບປົດປ່ອຍປະຊາຊົນຈີນສຸມໃສ່ຕິດຕາມສະຖານະການຢູ່ຊ່ອງແຄບໄຕ້ຫວັນຢ່າງໃກ້ຊິດ, ຈະສືບຕໍ່ນຳໃຊ້ມາດຕະການທີ່ມີແຂງແຮງ, ເດັດດ່ຽວຮັກສາອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງປະເທດຈີນ.