ທ່ານສີຈິ້ນຜິງນຳພາຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄປຢ້ຽມຊົມອະນຸສອນສະຖານການປະຕິວັດຢູ່ເມືອງຢຽນອ່ານແຂວງສ້ານຊີ່ຂອງຈີນ

2022-10-28 12:06:35 cri


ຕ້ອນເຊົ້າວັນທີ 27 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ນຳພາກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ 6 ທ່ານ ຄື ທ່ານຫຼີສຽງ, ທ່ານຈ້າວເລີ້ຈີ້, ທ່ານຊ້າຍສີ, ທ່ານຕິ່ງເຊ່ສຽງ ແລະ ທ່ານຫຼີຊີ່ ໄປຢ້ຽມຊົມອຸນຸສອນສະຖານການປະຕິວັດຢູ່ເມືອງຢຽນອ່ານ.

ຫຼັງຈາກສິ້ນສຸດການຢ້ຽມຊົມແລ້ວ, ທ່ານສີຈິ້ນຜິງກ່າວວ່າ: ຢຽນອ່ານແມ່ນບ່ອນສັກສິດແຫ່ງການປະຕິວັດຂອງຈີນ, ແມ່ນບ່ອນກຳເນີດຂອງປະເທດຈີນໃໝ່. ນັບແຕ່ປີ 1935 ຫາປີ 1948, ສູນກາງພັກແລະທ່ານເໝົາເຈີຕຸ່ງພ້ອມດ້ວຍນັກປະຕິວັດຜູ້ອາວຸໂສທ່ານອື່ນໆໄດ້ດຳລົງຊີວິດແລະຕໍ່ສູ້ຢູ່ຢຽນອ່ານມາເປັນເວລາ 13 ປີ ເຊິ່ງໄດ້ນຳພາພາລະກິດການປະຕິວັດຂອງຈີນຈາກຈຸດຕ່ຳກ້າວໄປສູ່ຈຸດສູງ ແລ້ວບັນລຸທາດລ້ຽວຄັ້ງປະຫວັດສາດ ໂດຍໄດ້ປ່ຽນແປງອະນາຄົດແລະຊາຕາກຳຂອງຈີນ. ເມືອງຢຽນອ່ານໄດ້ບົ່ມເພາະພັກຄອມມູນິດຈີນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ໄດ້ສະໜັບສະໜູນການປະຕິວັດຂອງຈີນກ້າວໄປສູ່ໄຊຊະນະ. ເມືອງຢຽນອ່ານແລະປະຊາຊົນຢຽນອ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດການປະຕິວັດຂອງຈີນ, ພວກເຮົາຕ້ອງຈື່ຈຳຕະຫຼອດໄປ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ມູນເຊື້ອທີ່ມີກຽດສະຫງ່າແລະແບບແຜນອັນດີງາມທີ່ຈໍ່ຕົວຂຶ້ນແລະເສີມຂະຫຍາຍໃນໄລຍະດຳເນີນການປະຕິວັດຢູ່ເມືອງຢຽນອ່ານ ແລະນ້ຳໃຈຢຽນອ່ານທີ່ມີເນື້ອໃນຕົ້ນຕໍ ຄື: ທິດທາງການເມືອງທີ່ໜັກແໜ້ນແລະຖືກຕ້ອງ, ແນວທາງແນວຄິດທີ່ປົດປ່ອຍແນວຄິດແລະສະແຫວງຫາສັດຈະທຳຈາກຄວາມເປັນຈິງ, ຈຸດປະສົງຮາກຖານທີ່ຮັບໃຊ້ປະຊາຊົນຢ່າງສຸດໃຈ ແລະ ຈິດໃຈການສ້າງສາພາລະກິດທີ່ເພິ່ງຕົນເອງແລະສູ້ຊົນດ້ວຍຄວາມທໍລະຫົດອົດທົນ ແມ່ນຊັບສິນດ້ານຈິດໃຈທີ່ລ້ຳຄ່າຂອງພັກ, ຕ້ອງສືບທອດກັນໄປທຸກເຊັ່ນຄົນ.