ທົບທວນສະພາບການກ່ຽວກັບທ່ານສີຈິ້ນຜິງຮ່ວມກັບຄະນະຜູ້ແທນເຂດກວາງຊີເປິກສາຫາລືບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ(ພາກທີ 1)

2022-10-28 17:21:43 CRI



 

ຕອນເຊົ້າວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນທີ່ປະຈັກຕາຕໍ່ຊາວໂລກໄດ້ໄຂຂຶ້ນຢ່າງຍິ່ງໃຫຍ່. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຜ່ານບົດລາຍງານ ການເມືອງໃນກອງປະຊຸມ ໂດຍໄດ້ສະເໜີແຜນແມ່ບົດອັນຍິ່ງໃຫຍ່ແຫ່ງການສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມ ຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ. ຕາມວາລະຂອງກອງປະຊຸມ, ພາຍຫຼັງທ່ານເລຂາທິການໃຫຍ່ຜ່ານບົດລາຍງານການເມືອງແລ້ວ, ບັນດາ ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະຕ້ອງເປິກສາຫາລືບົດລາຍງານການ ເມືອງດັ່ງກ່າວ. ຕອນເຊົ້າວັນທີ 17 ຕຸລາ2022, ທ່ານສີຈິ້ນຜິງໄດ້ໄປເຂົ້າຮ່ວມກອງປະຊຸມຂອງ ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ເພິ່ນສັງກັດນັ້ນ ເພື່ອຮ່ວມ ກັບບັນດາສະຫາຍເປິກສາຫາລືບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກ.  ໃນເວລາເປິກສາຫາລືກັນ, ບັນດາຜູ້ແທນໄດ້ເລົ່າເຖິງ ຜົນສຳເລັດທີ່ໄດ້ຮັບ, ຄວາມຮູ້ສຶກສ່ວນຕົວ ລວມທັງປະກອບຄຳຄິດເຫັນ ແລະມີຂໍ້ສະເໜີຕ່າງໆ ເຊິ່ງເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມໝັ້ນໃຈ ແລະໄດ້ເຕົ້າໂຮມກຳລັງແຮງໃຈ.

 

 ທ່ານນາງ ຈູ້ເສລານ ຜູ້ແທນສະມາຊິກພັກມາຈາກບ້ານຊ່ານຜິງ ເມືອງຊ່າງອູເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ໃນເວລາປະກອບຄຳເຫັນ, ທ່ານນາງໄດ້ເລົ່າສູ່ຟັງກ່ຽວກັບການປ່ຽນແປງອັນໃຫຍ່ຫຼວງຈາກການພັດທະນາອຸດສາຫະກຳໃບຊາຂອງບ້ານຊ່ານຜິງເຊິ່ງເປັນບ້ານເຜົ່າຢ້າວທີ່ຫ່າງໄກສອກຫຼີກດ້ວຍຄວາມຕື່ນເຕັ້ນດີໃຈແບບອົດກັ້ນບໍ່ໄດ້.

 

ແຕ່ກ່ອນ, ບ້ານຊ່ານຜິງເປັນບ້ານທຸກຍາກ, ຊາວບ້ານທຸກເຊັ່ນຄົນຕ່າງ ກໍໄດ້ປູກຊາ, ການປູກຊາໃນເມື່ອກ່ອນແມ່ນມີຂະໜາດນ້ອຍ, ເຮັດແບບ ກະແຈກກະຈາຍ, ຂັ້ນຕອນຜະລິດຊາຂອງແຕ່ລະຄອບຄົວແມ່ນແຕກຕ່າງກັນ, ອັນໄດ້ກະທົບເຖິງການເພີ່ມລາຍຮັບຂອງຊາວບ້ານທັງຫຼາຍ, ທ່ານນາງ ຈູ້ເສລານ ທີ່ເປັນເລຂາໜ່ວຍພັກບ້ານໄດ້ນຳພາປະຊາຊົນທົ່ວບ້ານເຕົ້າໂຮມ ກຳລັງແຮງ ສັງລວມເພື່ອພັດທະນາອຸດສາຫະກຳໃບຊາ ພາຍໃຕ້ຮູບແບບ “ໜ່ວຍພັກ+ສະຫະ ກອນ+ຄອບຄົວຊາວກະສິກອນ”, ສວນຊາທີ່ເຕີບໃຫຍ່ສົມບູນຂອງບ້ານ ຊ່ານຜິງໄດ້ຂະຫຍາຍຈາກ 20ເຮັກຕາເມື່ອ10ປີກ່ອນ ເພີ່ມຂຶ້ນເປັນ 170 ກວ່າເຮັກຕາໃນປັດຈຸບັນ. ສ່ວນບ້ານຊ່ານຜິງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງສຳເລັດຜົນໃນປີ2016. ທຸກມື້ນີ້, ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີຂອງຊາວບ້ານ ໄດ້ບັນລຸຫຼາຍກວ່າ 20.000 ຢວນ, ຂະແໜງການໃບຊາໄດ້ເນລະມິດ “ຄວາມໃຝ່ຝັນຮັ່ງມີຮ່ວມກັນ”, ສວນຊາຢູ່ຕາມໜ່ວຍພູຕ່າງໆໄດ້ກາຍເປັນ “ພູແຫ່ງຄວາມສຸກ”.

 

ທ່ານນາງຈູ້ເສລານເວົ້າດ້ວຍຄວາມດີໃຈວ່າ: “ເມື່ອ 10 ກວ່າປີກ່ອນ, ລູກໄພ້ມາຢາມເຮືອນຂ້ອຍ, ຕ້ອງໄດ້ເດີນທາງເທິງພູເຖິງ 4 ຊົ່ວໂມງປາຍ, ຍັງບໍ່ທັນຍ່າງເຂົ້າປະຕູເຮືອນກໍຄິດຢາກກັບເມືອບ້ານແມ່ຕົນເອງແລ້ວ. ແຕ່ວ່າບ້ານຊ່ານຜິງ ໃນທຸກມື້ນີ້, ບໍ່ພຽງແຕ່ສາວຢູ່ໃນບ້ານບໍ່ຢາກຈາກໄປເທົ່ານັ້ນ, ແມ່ນແຕ່ສາວຕ່າງຖິ່ນກໍຢາກມາ ເອົາຜົວຢູ່ບ້ານເຮົາ, ບ່າວນ້ອຍນອກບ້ານຫຼາຍໆຄົນຍັງຢາກມາເປັນລູກເຂີຍປະຈຳບ້ານອີກໃດ!”

ທ່ານສີຈິ້ນຜິງຮັບຟັງແລ້ວກໍງຶກຫົວດ້ວຍຄວາມປິຕິຊົມຊື່ນພ້ອມທັງເວົ້າວ່າ: “ອຸດສາຫະ ກຳໃບຊາມີອະນາຄົດອັນສົດໃສ. ບາດກ້າວຕໍ່ໄປ, ຕ້ອງພັດທະນາໃຫ້ເປັນ ຍີ່ຫໍ້ຊື່ດັງຂອງຕົນ, ພັດທະນາອຸດສາຫະກຳໃບຊາໃຫ້ເຕີບໃຫຍ່ຂະຫຍາຍຕົວແລະ ເຂັ້ມແຂງຂຶ້ນ.”

 

ການປ່ຽນແປງອັນໃຫຍ່ຫຼວງຂອງບ້ານເຜົ່າຢ້າວເປັນຕົວແທນອັນໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງການປ່ຽນແປງອັນຍິ່ງໃຫຍ່ໃນຍຸກໃໝ່.

 

ໃນໄລຍະ 10 ປີຜ່ານມານີ້, ປະຊາກອນຜູ້ທຸກຍາກທີ່ໄດ້ຈົດທະບຽນຂໍ້ມູນ ຄວາມທຸກຍາກຈຳນວນ 6.340.000 ຄົນຂອງເຂດກວາງຊີໄດ້ຫຼຸດພົ້ນອອກ ຈາກຄວາມທຸກຍາກທັງໝົດ, ເຊິ່ງເຮັດໃຫ້ດິນແດນເຂດກວາງຊີປາກົດມີ ໂສມໜ້າອັນໃໝ່ອ່ຽມ.

 

ຕະຫຼອດໄລຍະ 10 ປີຜ່ານມານີ້, ປະຊາກອນຜູ້ທຸກຍາກໃນຊົນນະບົດຈີນ ເກືອບ 100 ລ້ານຄົນໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ຖືວ່າ ຈີນໄດ້ແກ້ໄຂບັນຫາຄວາມທຸກຍາກເດັດຖານເປັນຄັ້ງປະຫວັດການ ແລະສາມາດ ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ.

 

ໃນຂະນະນັ້ນ, ບັນດາຜູ້ແທນຕ່າງກໍໄດ້ຄິດຄະນຶງເຖິງຄຳເວົ້າຂອງທ່ານ ສີຈິ້ນຜິງທີ່ເພິ່ນໄດ້ເວົ້າໃນຕອນໄປສຳຫຼວດກວດກາວຽກງານຢູ່ເຂດກວາງຊີວ່າ: “ຄົນຈີນ, ພັກກອມມູນິດຈີນ ແລະການນຳພັກກອມມູນິດຈີນແມ່ນເວົ້າຄວາມໃດ ກໍປະຕິບັດຕາມຄວາມນັ້ນ!”

 

ທ່ານນາງ ຈູ້ເສລານ ເວົ້າວ່າ: “ ຂອບໃຈທ່ານເລຂາທິການໃຫຍ່, ນະໂຍ ບາຍທີ່ດີຂອງພັກໄດ້ເຮັດໃຫ້ພວກເຮົາກິນອີ່ມນຸ່ງອຸ່ນດ້ວຍໃບຊາ ແລະ ໄດ້ກ້າວຂຶ້ນສູ່ເສັ້ນທາງແຫ່ງຄວາມສຸກ. ເມື່ອມີການນຳພາອັນເຂັ້ມແຂງຂອງ ພັກ, ພວກເຮົາໄດ້ປ່ຽມລົ້ນໄປດ້ວຍຄວາມຫວັງ ແລະມີຄວາມຫ້າວຫັນຢ່າງເຕັມສ່ວນ ໃນການບັນລຸຄວາມຮັ່ງມີຮ່ວມກັນ.” ຄຳເວົ້າອັນລຽບງ່າຍຂອງທ່ານນາງຈູ້ເສລານ ໄດ້ສ່ອງແສງເຖິງສຽງໃນໃຈຂອງຄົນທັງຫຼາຍ.

 

ໃນໄລຍະ 10 ປີຜ່ານມານີ້, ຊາວກອມມູນິດຈີນໃນຍຸກໃໝ່ທີ່ມີສະຫາຍ ສີຈິ້ນຜິງເປັນຕົວແທນຕົ້ນຕໍໄດ້ຖືເອົາຄວາມມຸ່ງຫວັງຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມເປັນເປົ້າໝາຍສູ້ຊົນຂອງຕົນ, ໄດ້ເຊື່ອມສານຄວາມຕັດສິນໃຈ ອັນເດັດດ່ຽວເຂົ້າໃນການເຮັດແທ້ທຳຈິງ, ຊຸກຍູ້ພາລະກິດຂອງພັກແລະປະເທດ ຊາດໃຫ້ໄດ້ຮັບຜົນສຳເລັດທີ່ມີລັກສະນະປະຫວັດສາດ ແລະໃຫ້ເກີດມີການ ປ່ຽນແປງທີ່ມີລັກສະນະປະຫວັດສາດ.

 

 ຜົນສຳເລັດອັນຍິ່ງໃຫຍ່ສະຫງ່າງາມໃນຍຸກໃໝ່ ໄດ້ຮັບຄວາມໄວ້ເນື້ອເຊື່ອ ໃຈຈາກປະຊາຊົນ.

 

ຄວາມໄວ້ເນື້ອເຊື່ອໃຈນີ້ ແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ສູນກາງພັກທີ່ມີ ສະຫາຍສີຈິ້ນຜິງເປັນແກນນຳ, ແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ແນວຄິດສີຈິ້ນຜິງກ່ຽວກັບສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ແລະແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ ຍຸກໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ!

 

 ທ່ານສີຈິ້ນຜິງໄດ້ເວົ້າກັບຜູ້ແທນທັງຫຼາຍດ້ວຍຄວາມອົບອຸ່ນແລະ ໜັກແໜ້ນວ່າ: “ຂ້າພະເຈົ້າເປັນສະມາຊິກພັກກອມມູນິດທຳມະດາຜູ້ໜຶ່ງຄືກັນກັບບັນດາສະຫາຍ. ພວກເຮົາຕ້ອງປະຕິບັດໜ້າທີ່ວຽກງານໃຫ້ດີຢ່າງແທ້ຈິງ, ຜັນຂະ ຫຍາຍແລະຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກໂດຍປະສານສົມທົບກັບສະພາບຕົວຈິງຂອງທ້ອງຖິ່ນຕ່າງໆ. ຍ້ອນວ່າໄດ້ເຊື່ອໝັ້ນສູນກາງພັກ ແລະ ເຊື່ອໝັ້ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຈິ່ງຕ້ອງປະຕິບັດໜ້າທີ່ວຽກງານ ຂອງພວກເຮົາໃຫ້ດີ. ”

‍‍‍‍