ຕະຫຼາດບໍລິໂພກຂອງຈີນສືບຕໍ່ຟື້ນຟູທ່ວງທ່າການເພີ່ມຂຶ້ນ

2022-10-28 11:40:41 cri


   ວັນທີ27ຕຸລານີ້,ທ່ານນາງ ຊູ້ເຈທີງ ໂຄສົກກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ນັບແຕ່ຕົ້ນປີນີ້ມາ,ຄຽງຄູ່ກັບການຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍໃຫ້ເສດຖະກິດມີຄວາມໝັ້ນທ່ຽງແລະຊຸກຍູ້ການບໍລິໂພກແລ້ວ, ຕະຫຼາດບໍລິໂພກຂອງຈີນສືບຕໍ່ຟື້ນຟູທ່ວງທ່າການເພີ່ມຂຶ້ນ. ອີງຕາມຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ: ໃນ9ເດືອນ ປີນີ້,ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກທົ່ວສັງຄົມເພີ່ມຂຶ້ນ0,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


   ທ່ານນາງຊູ້ເຈທີງກ່າວຕື່ມວ່າ: ຂະນະດຽວກັນພວກເຮົາເຫັນວ່າ,ຍ້ອນຜົນກະທົບຈາກປັດໄຈຕ່າງໆທີ່ເໜືອກວ່າການຄາດໝາຍໄວ້ເຊັ່ນ:ການແພ່ລະບາດຂອງພະຍາດໂຄວິດ-19, ຂະແໜງການຕ່າງໆ ເຊັ່ນການຂາຍຍ່ອຍແບບເຊິ້ງໜ້າ,ຮ້ານອາຫານ,ການພັກເຊົາໄດ້ຜະເຊີນກັບແຮງກົດດັນບໍ່ໜ້ອຍ. ໃນໄລຍະຕໍ່ໜ້າ,ຄຽງຄູ່ກັບການປ້ອງກັນແລະຄວບຄຸມການແພ່ລະບາດຂອງ ພະຍາດໂຄວິດ-19ຢ່າງເປັນເອກະພາບກັນ ແລະສືບຕໍ່ຊຸກຍູ້ວຽກງານພັດທະນາເສດຖະກິດສັງຄົມ, ນະໂຍບາຍແລະມາດຕະການໃຫ້ເສດຖະກິດມີຄວາມໝັ້ນທ່ຽງແລະຊຸກຍູ້ການບໍລິໂພກຈະໄດ້ຮັບປະສິດທິຜົນທີ່ພົ້ນເດັ່ນກວ່າເກົ່າ,ການບໍລິໂພກຈະໄດ້ຮັບການຟື້ນຟູຄືນໃໝ່ແລະໝັ້ນທ່ຽງຕໍ່ໄປ.