ລະບົບການບໍລິການເບິ່ງແຍງດູແລຜູ້ອາຍຸສູງຂອງຈີນສົມບູນກວ່າເກົ່າຕື່ມອີກ

2022-10-28 15:56:29 cri

 

    ຄະນະກຳມະການສາທາລະນະສຸກ ແລະສຸຂະພາບແຫ່ງຊາດຈີນ, ຫ້ອງການວຽກງານຜູ້ອາຍຸສູງທົ່ວປະເທດຈີນໄດ້ເປີດເຜີຍຖະແຫຼງການກ່ຽວກັບການພັດທະນາຂອງວຽກງານຜູ້ອາຍຸສູງແຫ່ງຊາດຈີນປະຈຳປີ 2021, ໂດຍລະບຸວ່າ: ນັບມາຮອດທ້າຍປີ 2021, ຈຳນວນຜູ້ອາຍຸສູງທີ່ມີອາຍຸ 60 ປີຫຼື 60 ປີຂຶ້ນໄປໃນທົ່ວປະເທດຈີນມີ 267 ລ້ານ 3 ແສນ 6 ໝື່ນຄົນ, ກວມ 18,9%ຂອງປະຊາກອນຈີນ, ປີ 2021, ລະບົບການບໍລິການເບິ່ງແຍງດູແລຜູ້ອາຍຸສູງຂອງຈີນສົມບູນກວ່າເກົ່າຕື່ມອີກ.

    ຖະແຫຼງການລະບຸຕື່ມວ່າ: ປີ 2021, ແຫ່ງຕ່າງໆຂອງຈີນໄດ້ຊຸກຍູ້ໃຫ້ ເຂດຊຸມຊົນທີ່ສ້າງໃໝ່ນັ້ນອີງຕາມຄວາມຮຽກຮ້ອງຕ້ອງການຂອງມາດຕະຖານ ເພື່ອກໍ່ສ້າງສິ່ງກໍ່ສ້າງດ້ານການບໍລິການເບິ່ງແຍງດູແລຜູ້ອາຍຸສູງໄປພ້ອມໆກັນ. ທົ່ວປະເທດຈີນໄດ້ປັບປຸງເຂດຊຸມຊົນເກົ່າໃນຕົວເມືອງ 55.600 ໝື່ນແຫ່ງ, ເຊິ່ງໄດ້ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ 9,65 ລ້ານຄອບຄົວ, ຍັງໄດ້ເພີ່ມສິ່ງກໍ່ສ້າງບໍລິການໃນເຂດຊຸມຊົນປະເພດຕ່າງໆ 14.000 ໝື່ນອັນ, ເຊັ່ນ: ການເບິ່ງແຍງດູແລຜູ້ອາຍຸສູງ, ອຳນວຍຄວາມສະດວກໃຫ້ແກ່ຄົນພິການ ແລະອື່ນໆ. ກະຊວງການເງິນຈີນ ແລະກະຊວງປະຊາສົງເຄາະຈີນໄດ້ເບີກຈ່າຍທຶນສາທາລະນະປະໂຫຍດຈາກຫວຍສະເພາະຂັ້ນສູນກາງ 1,1 ຕື້ຢວນ, ເພື່ອສະໜັບສະໜູນ 42 ເຂດດຳເນີນໂຄງການຍົກສູງລະດັບການບໍລິການເບິ່ງແຍງດູແລຜູ້ອາຍຸສູງຂັ້ນພື້ນຖານຢູ່ໃນເຮືອນ ແລະກຸ່ມເຂດຊຸມຊົນ.