ປະລິມານອາຍແກັສທຳມະຊາດທີ່ຣັດເຊຍສະໜອງໃຫ້ເອີຣົບໄດ້ຫຼຸດລົງ 50 ຕື້ແມັດກ້ອນໃນຫຼາຍເດືອນຜ່ານມາ

2022-10-28 16:01:33 cri

 

 

  ວັນທີ 27 ຕຸລານີ້ຕາມເວລາທ້ອງຖິ່ນ, ຢູ່ກອງປະຊຸມປຶກສາຫາລືເສດຖະກິດເອີຣົບ-ອາຊີເວໂຣນາຄັ້ງທີ 15, ບໍລິສັດໂນວາແທັກເຊິ່ງເປັນບໍລິສັດຜະລິດອາຍແກັສທຳມະຊາດຕົ້ນຕໍຂອງຣັດເຊຍແຈ້ງໃຫ້ຮູ້ວ່າ: ໃນໄລຍະ 4-5 ເດືອນຜ່ານມາ, ປະລິມານອາຍແກັສທຳມະຊາດທີ່ຣັດເຊຍສະໜອງໃຫ້ເອີຣົບໄດ້ຫຼຸດລົງ 50 ຕື້ແມັດກ້ອນ, ເຊິ່ງໄດ້ຫຼຸດລົງ 47%ນັບມາຮອດວັນທີ 1 ຕຸລານີ້.